ລູກຜູ້ຊາຍເຂົາເຮັດແບບນີ້ກະໄດ້ບໍ ຕີຮອດຜູ້ຍິງ
ຈາກກະແສຂ່າວທີ່ຮືຮາກັນວ່າໃນວັນທີ 23/1/2018 ໄດ້ມີຄົນຕີກັນແລ້ວໂດດລົງລົດຢູ່ແຖວຮ້ານອາຫານແຫ່ງຫນຶ່ງ ຕາມການບອກເລົ່າພົບວ່າ ທັງສອງໄດ້ມີປາກສຽງກັນ ຝ່າຍຊາຍໄດ້ໃຊ້ກຳປັ້ນຕີເຂົ້າໃບຫນ້າຜູ້ຍິງ ແລ້ວຍັງບີບຄໍດຶງຂຶ້ນລົດ ບໍ່ດົນຝ່າຍຍິງກໍໂດດລົງລົດມາຂໍຄວາມຊ່ວຍເຫຼືອນຳທາງຮ້ານ ແລ້ວຜູ້ຊາຍກໍຍັງຕີເຈົ້າຂອງຮ້ານນຳອີກກ່ອນຫຼົບໜີໄປ ງານນີ້ກໍມີຊາວເນັດພາກັບສືບຫາວ່າຜູ້ຊາຍທີ່ທຳຮ້າຍຜູ້ຍິງນັ້ນແມ່ນໃຜ ຈຶ່ງຮູ້ວ່າເປັນນັກຮ້ອງດັງສັງກັດຄ້າຍຢ່າງດີ ເຖິງຈະຜິດກັນດ້ວຍສາເຫດໃດກໍຕາມຝ່າຍຊາຍກໍບໍ່ຄວນຕີຜູ້ຍິງແມ່ນບໍ່..? ນີ້ແຫລະເພິ່ນບອກວ່າຮັກຫຼາຍເຈັບຫຼາຍ
0 ความคิดเห็น:
แสดงความคิดเห็น