ພຣະປະຈຳວັນເສົາ ປາງນາກປົກ
ຄັ້ງທີ່ພຣະສັມມາສັມພຸທທະເຈົ້າປະທັບຢູ່ກ້ອງຕົ້ນຈິກ ບັງເອີນໃນຄາວນັ້ນມີຝົນຕົກຕລອດເຈັດວັນ ພຍານາກມຸຈະລິນໄດ້ເລື້ອຍມາຂົດລ້ອມເພື່ອເປັນທີ່ປະທັບ ແລ້ວແຜ່ພັງພານປົກໄວ້ເບື້ອງເທິງ ເໝືອນກັ້ງຮົ່ມດ້ວຍປະສົງຈະກຳບັງລົມຝົນບໍ່ໃຫ້ຕ້ອງພຣະວໍຣະກາຍຂອງພຣະພຸທທະອົງຄ໌.
ຍິງຊາຍໃດເກີດວັນເສົາ ທ່ານກ່າວວ່າ ເປັນຄົນທີ່ມີຄວາມອົດທົນ ເປັນນັກຕໍ່ສູ້ ມີສະຕິປັນຍາດີ ຈະຕັ້ງຕົວໄດ້ດ້ວຍຕົນເອງ ໃຈຮ້ອນ ມັກຈະມີອາລົມໂມໂຫ ນໍ້າໃຈຫ້າວຫານ ເປັນຄົນມັກຄວາມ ຖືກຕ້ອງ ເປັນຜູ້ນຳທີ່ຮຸ່ງເຮືອງດ້ວຍຜົນງານ ມີຄວາມຈິງໃຈ ປາກກັບໃຈກົງກັນ.
ພຣະຄາຖານີ້ ໃຫ້ສູດບູຊາເປັນປະຈໍາທຸກວັນ ຈະມີຄວາມສຸຂສວັສດີ ຕລອດກາລນານ ດັ່ງນີ້: ຍະໂຕຫັງ ພະຄິນີ ອະຣິຍາຍະ ຊາຕິຍາ ຊາໂຕ ນາພິຊານາມິ ສັນຈິດຈະ ປານັງ ຊີວິຕາ ໂວໂຣເປຕາ ເຕນະ ສັຈເຈນະ ໂສຕຖິ ເຕ ໂສຕຖິ ໂຫຕຸ ຄັພພັສສະ.
ສູດມື້ລະ 10 ເທື່ອຈົບ ຈະມີຄວາມສຸກສວັສດີຍິ່ງໆຂຶ້ນໄປ. ສີທີ່ເປັນມຸງຄຸນຂອງຄົນເກີດວັນເສົາແມ່ນສີດຳເໝີ້ນ ຫລື ສີມ່ວງ ສ່ວນສີທີ່ຮອງ ລົງມາຄື ສີເທົາ, ສີເມກໝອກ,ສີດອກຮັກ,ສີນໍ້າເງິນ ສີຂາວນວນ, ສີມ່ວງ, ສີເຫລືອງ ສີທີ່ຄວນເວັ້ນ ແມ່ນ ສີຂຽວ
(ບົດສູດຫຍໍ້ ວ່າ) ໂສ ມາ ນະ ກະ ລິ ຖາ ໂຖ ໂສ (ວ່າ 10 ເທື່ອ)
0 ความคิดเห็น:
แสดงความคิดเห็น