ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

ສະບາຍດີ ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ Ilike Ushare ຝາກກົດຕິດຕາມພວກເຮົາແດ່ເດີ

ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

วันพุธที่ 24 มกราคม พ.ศ. 2561

ພຣະປະຈຳວັນເກີດ ວັນສຸກ

ພຣະປະຈຳວັນສຸກ ປາງຣຳພຶງ



ພາຍຫລັງຈາກທີ່ຕັສຮູ້ໄດ້ບໍ່ນານ ພຣະສັມມາສັມພຸທທະເຈົ້າຊຶ່ງປະທັບຢູ່ກ້ອງຕົ້ນໄຊ ກໍໄດ້ລຳພຶງ ເຖິງທັມ ທີ່ລະອຽດເລິກ ຊຶ່ງຍາກແກ່ການເຂົ້າໃຈ ແລະຮູ້ສຶກໜັກພຣະທັຍໃນການທີ່ຈະນຳທັມນີ້ມາ ໂຜດສັຕວ໌ ແຕ່ພຣະອົງຄ໌ໄດ້ພິຈາຣະນາເຫັນວ່າ ສັພພະສັຕມີພູມຕ່າງກັນ ຈຶ່ງຊົງພຣະດຳຣິທີ່ຈະ ສະແດງທັມຕາມຊັ້ນແຫ່ງປັນຍາຂອງສັພພະສັຕນັ້ນໆ.

ຍິງຊາຍໃດເກີດວັນສຸກ ທ່ານກ່າວວ່າ ເປັນຄົນທີ່ມີນິດສັຍລ່າເລີງ ມັກມ່ວນ ປາກຫວານແຕ່ມັກ ຈົ່ມວ່າຈູ້ຈີ້ ຜູ້ໃຫຍ່ໃຫ້ຄວາມເຊື່ອຖືເພາະຄຳເວົ້າ ຊ່ອຍຄົນແຕ່ບໍ່ຫວັງຫຍັງຕອບແທນ ເປັນຄົນມັກ ເບື່ອງ່າຍ ມັກເອົາແຕ່ໃຈໂຕເອງເປັນໃຫຍ່ ມັກຈະມີບໍລິວານຄອຍບຽດບຽນ.

ພຣະຄາຖານີ້ ໃຫ້ສູດບູຊາເປັນປະຈໍາທຸກວັນ ຈະມີຄວາມສຸຂສວັສດີ ຕລອດກາລນານ ດັ່ງນີ້: ອັປປະສັນເນຕິ ນາຖັສສະ ສາສະເນ ສາທຸສັມມະເຕ ອະມະນຸສເສຫິ ຈັນເທຫິ ສະທາ ກິພພະສະກາຣິພິ ປະຣິສານັນຈະ ຕັສສັນນະ ມະຫິງສາຍະ ຈະຄຸດຕິຍາ ຍັນເທເສສິ ມະຫາວີໂຣ ປະຣິຕຕັນຕັມພະນາມະ ເຫ.

ສູດມື້ລະ 21 ເທື່ອຈົບ ຈະມີຄວາມສຸກສວັສດີຍິ່ງໆຂຶ້ນໄປ. ສີທີ່ເປັນມຸງຄຸນຂອງຄົນເກີດວັນສຸກແມ່ນສີຟ້າຫລືສີຟ້າແກ່ ສ່ວນສີທີ່ຮອງ ລົງມາຄື ສີຂາວນວນ, ສີມ່ວງ, ສີເຫລືອງ ສີທີ່ຄວນເວັ້ນ ແມ່ນ ສີເທົາ, ສີເມກໝອກ, ສີດອກຮັກ

(ບົດສູດຫຍໍ້ ວ່າ) ວາ ໂທ ໂນ ອະ ມະ ມະ ວາ (ວ່າ 21 ເທື່ອ)

Share:

0 ความคิดเห็น:

แสดงความคิดเห็น

ບົດຄວາມລ່າສຸດ