ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

ສະບາຍດີ ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ Ilike Ushare ຝາກກົດຕິດຕາມພວກເຮົາແດ່ເດີ

ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

วันอังคารที่ 23 มกราคม พ.ศ. 2561

ພຣະປະຈຳວັນເກີດ ວັນພຸດ

ພຣະປະຈຳວັນພຸດ ກາງເວັນ ປາງອູ້ມບາດ



ຫລັງຈາກທີ່ພຣະສັມມາສັມພຸທທະເຈົ້າໄດ້ຊົງສະແດງທັມເຣື່ອງເວສສັນດອນຊາດົກ ໂຜດພຣະພຸທບິດາ ແລະ ໝູ່ພຣະຍາຕິທັ້ງຫລາຍ ຕ່າງມີຄວາມປິຕິຍິນດີ ເປັນທີ່ສຸດ ຈົນລືມການອາຣາທະນາ ໃຫ້ພຣະ ພຸທທະເຈົ້າມາຮັບອາຫານເຊົ້າທີ່ວັງ. ພໍເຊົ້າວັນຕໍ່ມາພຣະສັມມາສັມພຸທເຈົ້າບໍ່ໄດ້ໄປທີ່ວັງເພາະບໍ່ໄດ້ຖືກ ອາຣາທະນາໃຫ້ໄປ ຈຶ່ງໄດ້ສະເດັດອອກຮັບບິນທະບາຕຈາກປະຊາຊົນທົ່ວໄປຂອງເມືອງກະບິລພັດ

ຍິງຊາຍໃດເກີດວັນພຸດ (ກາງເວັນ) ທ່ານກ່າວວ່າ ເປັນຄົນທີ່ມີມະນຸດສັມພັນດີ ເປັນຄົນກ້າໄດ້ກ້າເສັຽ ເປັນຄົນທີ່ຫາເງິນທອງໃຫ້ໂຕເອງເກັ່ງ ຈະບໍ່ຄ່ອຍມີຍາຕພີ່ນ້ອງ ມັກຈະໄດ້ດີຫລາຍຄັ້ງ ແລະ ຕົກທຸກ ຫລາຍຫົນ ສລັບກັນໄປ ໃຫ້ໝັ່ນທຳບຸນ ແລະ ແຜ່ເມດຕາສເມີ ຈະດີແລ

ພຣະຄາຖານີ້ ໃຫ້ສູດບູຊາເປັນປະຈໍາທຸກວັນຈະເສີມຄວາມເປັນສິຣິມຸງຄຸນແກ່ຊີວິດ ຂອງທ່ານ ດັ່ງນີ້:

ສີວິສະຊາຕີນັງ ທິພພະມັນຕາຄະທັງ ວິຍະ ຍັນນາເສຕິ ວິສັງໂຄຣັງ ເສສັນຈາປິ ປະຣິສສະຍັງ ອານັກເຂດຕັມຫິ ສັພພັຕຖະ ສັພພະທາ ສັພພະປານິນັງ ສັບພະໂສປິ ນິວາເຣຕິ ປະຣິຕຕັນຕັມພະນາມະເຫ.

ສີທີ່ເປັນມຸງຄຸນຂອງຄົນເກີດວັນພຸດມື້ເວັນແມ່ນສີຂຽວ ຫລືສີຂຽວໃບໄມ້ ສ່ວນສີທີ່ຮອງໆລົງມາຄື ສີເຫລືອງ,ສີເທົາ,ສີເມກໝອກ,ສີດອກຮັກ,ສີຂາວນວນ. ສີທີ່ຄວນເວັ້ນ ແມ່ນສີມ່ວງ

(ບົດສູດຫຍໍ້ ວ່າ) ປິ ສັມ ລະ ໂລ ປຸ ສັດ ພຸດ ປິ (ວ່າ 17 ເທື່ອ)

Share:

0 ความคิดเห็น:

แสดงความคิดเห็น

ບົດຄວາມລ່າສຸດ