ພຣະປະຈຳວັນພະຫັດ ປາງສະມາທິ ຫລື ປາງຕັສຮູ້
ປາງຕັສຮູ້ ຄືປາງທີ່ເຈົ້າຊາຍສິດທັດຖະ ຫລື ພຣະໂພທິສັຕຊົງປະທັບຂັດສະມາທິເທິງ ບັນລັງຫຍ້າຄາ ກ້ອງຕົ້ນມະຫາໂພ ໃກ້ຝັ່ງແມ່ນໍ້າເນຣັນຊະຣາ ແລະໄດ້ຕັສຮູ້ເປັນ ພຣະສັມມາສັມພຸທທະເຈົ້າ ໃນ ມື້ເພັງ 15 ຄໍ່າ ເດືອນຫົກ ກ່ອນພຸທສັກກະຣາຊ 45 ປີ ຊຶ່ງກໍຕົງກັບວັນວິສາຂະບູຊານັ້ນເອງ
ຍິງຊາຍໃດເກີດວັນພະຫັດ ທ່ານກ່າວວ່າ ເປັນຄົນທີ່ມີສເນ່ໜ້າຮັກ ເປັນຜູ້ໃຈບຸນ ສູນທານປັນຍາດີ ມັກຄວາມສງົບ ມັກສຶກສາຫາຄວາມຮູ້ ເປັນຄົນເປີດເຜີຍ ເປັນຄົນເຈົ້າລະບຽບ ຍຶດຖືຄວາມຖືກຕ້ອງ ເດັດດ່ຽວ ເປັນຄົນຂີ້ໃຈນ້ອຍ ຖ້າໄດ້ຄຽດຈະເປັນຄົນໃຈແຂງ ມັກມີບັນຫາກັບຄູ່ຄອງ
ພຣະຄາຖານີ້ ໃຫ້ສູດບູຊາເປັນປະຈໍາທຸກວັນ ຈະມີຄວາມສຸຂສວັສດີ ຕລອດກາລນານ ດັ່ງນີ້:
ປູ ເຣນຕັມໂພທິສັມພາເຣ ນິບພັຕຕັງ ໂມຣະໂຍນິຍັງ ເຍນະ ສັງວິຫິຕາຣັກຂັງ ມະຫາສັຕຕັງ ວະເນຈະຣາ ຈິຣັສສັງ ວາຍະມັນຕາປິເນ ວະ ສັກຂິງສຸ ຄັນຫິຕຸງ ພຣົມມະມັນຕັນຕິ ອັກຂາຕັງ ປະຣິຕຕັນຕັມພະນາມະ ເຫ.
ສູດມື້ລະ 19 ເທື່ອຈົບ ຈະມີຄວາມສຸກສວັສດີຍິ່ງໆຂຶ້ນໄປ.
ສີທີ່ເປັນມຸງຄຸນຂອງຄົນເກີດວັນພະຫັດແມ່ນສີເຫລືອງ ຫລືສີໄພ ສ່ວນສີທີ່ຮອງ ລົງມາຄື ສີນໍ້າເງິນ, ສີແດງ,ສີຂຽວ ສີທີ່ຄວນເວັ້ນ ແມ່ນ ສີດຳ,ສີຟ້າເທົາແລະ ສີຟ້າແກ່
(ບົດສູດຫຍໍ້ ວ່າ) ພະ ສັມ ສັມ ວິ ສະ ເທ ກະ (ວ່າ 19 ເທື່ອ)
0 ความคิดเห็น:
แสดงความคิดเห็น