ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

ສະບາຍດີ ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ Ilike Ushare ຝາກກົດຕິດຕາມພວກເຮົາແດ່ເດີ

ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

วันพุธที่ 31 มกราคม พ.ศ. 2561

ກຽມຊົມດວງຈັນສີເລືອດ ຄັ້ງທຳອິດໃນຮອບ 152 ປີ”ຊູເປີບຣູບຣັດມູນ” 31 ມັງກອນນີ້

ກຽມຊົມດວງຈັນສີເລືອດ ຄັ້ງທຳອິດໃນຮອບ 152 ປີ”ຊູເປີບຣູບຣັດມູນ” 31 ມັງກອນ ຄືນນີ້


ປະກົດ​ການ​​ຈັນ​ທະຄາດ​ເຕັມ​ດວງ ຫຼື ກົບກິນເດືອນ ​ທີ່​ຈະ​ເກີດ​ໃນ​ວັນທີ​ 31 ມັງກອນ​ 2018 ນີ້​ ຂ້ອນ​ຂ້າງ​ພິເສດ​ກວ່າ​ຄັ້ງ​ອື່ນໆ​ ເນື່ອງ​ຈາກ​ເປັນ​ປະກົດ​ການ​​ຈັນທະຄາດ​ທີ່​ເກີດ​ໃນ​ຊ່ວງ​ດວງ​ຈັນ​ໂຄຈອນ​ຢູ່​ໃກ້​ໂລກ​. ຊ່ວງ​ເຄິ່ງ​ກາງ​ຄາດ​ເຕັມ​ດວງ​ ມີໄລຍະ​ຫ່າງ​ຈາກ​ໂລກ​ພຽງ​ 360,191 ກິ​ໂລ​ແມັດ​ ເຊິ່ງໃກ້​ກວ່າ​ໄລຍະ​ຫ່າງ​ສະເລ່ຍ​ລະຫວ່າງ​ໂລກ​ເຖິງ​ດວງ​ຈັນ​ (ປະ​ມານ​ 384,400 ກິ​ໂລ​ແມັດ​) ເຮັດໃຫ້​ເບິ່ງ​ເຫັນ​ດວງ​ຈັນ​ເຕັມ​ດວງ​ສີ​ແດງ​ອົມສົ້ມມີ​ຂະໜາດ​ປະກົດ​ໃຫຍ່​ກວ່າ​ປົກກະຕິເລັກ​ນ້ອຍ.​


ນອກ​ຈາກ​ນີ້​ ຍັງ​ກົງ​ກັບ​ຄືນເດືອນ​ເພັງ​ຄັ້ງ​ທີ​ 2 ຂອງ​ເດືອນ​ ຫຼື ​ທີ່​ນິຍົມ​ເອີ້ນ​ກັນ​ວ່າ​ ‘ບ​ຼູມູນ​’ (Blue Moon) ເຊິ່ງ​ປົກກະຕິ​ດວງ​ຈັນ​ເຕັມ​ດວງ​ຈະ​ເກີດ​ຂຶ້ນ​ເດືອນ​ລະ​ 1 ຄັ້ງ​ເທົ່າ​ນັ້ນ​ ໂດຍ​ເດືອນ​ໃດ​ທີ່​ມີ​ດວງ​ຈັນ​ເຕັມ​ດວງ​ 2 ຄັ້ງ​ ຈະ​ຮຽກ​ດວງ​ຈັນ​ເຕັມ​ດວງ​ເທື່ອ​ທີ່​ສອງ​ວ່າ​ ‘ບ​ຼູ​ມູນ​’ ເຊິ່ງເກີດ​ຂຶ້ນ​ບໍ່ຫຼາຍ​ເທື່ອ​ປານໃດ ແລະ​ ເປັນ​ທີ່​ມາ​ຂອງ​ສຳ​ນວນ​ພາສາ​ອັງ​ກິດ​ທີ່​ວ່າ​ ‘Once in a blue moon’ ໝາຍ​ເຖິງ​ ດົນ​ໆຈະ​ເກີດ​ຂຶ້ນຈັກ​ເທື່ອ​ ແລະ ​ດວງ​ຈັນ​ບໍ່​ໄດ້​ເປັນ​ສີທະເລ​ແຕ່​ຢ່າງ​ໃດ.​









ປະກົດ​ການ​ນີ້​ ນັກ​ດາ​ລາ​ສາດ​ສະໝັກ​ຫຼິ້ນ​ ນິຍົມ​ເອີ້ນວ່າ​ ‘ຊູ​ເປີ​ບ​ຼູບ​ຼັດ​ມູນ​’ (Super blue blood moon) ເປັນ​ຈັນ​ທະຄາດ​ເຕັມ​ດວງ​ຊ່ວງ​ທີ່​ດວງ​ຈັນ​ໂຄຈອນ​ໃກ້​ໂລກ ​ແລະ ​ກົງ​ເດືອນເພັງ​ຄັ້ງ​ທີ່​ສອງ​ຂອງ​ເດືອນ​.
ທັງ​ນີ້​ ປະກົດ​ການ​ຈັນ​ທະຄາດ​ເຕັມ​ດວງ​ ວັນທີ​ 31 ມັງກອນ​ 2018 ໃນ​ປະເທດ​ລາວສາມາດ​ເບິ່ງ​ເຫັນ​ໄດ້​ດ້ວຍ​ຕາ​ເປົ່າ​ ທຸກ​ພື້ນ​ທີ່​ທົ່ວ​ປະເທດ​ ຕັ້ງ​ແຕ່​ຊ່ວງ​ຫົວ​ຄ່ຳ​ທາງ​ທິດ​ຕາເວັນ​ອອກ​ ຕັ້ງ​ແຕ່​ເວລາ​ປະ​ມານ​ 18:30 ໂມງ​ ເປັນ​ຕົ້ນ​ໄປ​ ເວລາ​ຄາດ​ເຕັມ​ດວງ​ປະມານ 19:50-21:10 ໂມງ​ ແລະ ​ສິ້ນສຸດ​ປະກົດ​ການ​​ໃນ​ເວລາ​ 23:10 ໂມງ​ ຕາມ​ເວລາ​ປະເທດລາວ.​

ທັງນີ້ ນັກດາລາສາດກ່າວວ່າ ປະກົດການດັ່ງກ່າວເປັນ​ປະກົດ​ການ​ທາງ​ທາງ​ດາ​ລາ​ສາດ​ທີ່​ສາມາດ​ອະທິບາຍ​ໄດ້​ຕາມ​ຫຼັກ​ການ​ທາງ​ວິທະຍາ​ສາດ​ ແລະ ​ບໍ່​ເກີດ​ອັນຕະລາຍ​ຕໍ່​ໂລກ​ແຕ່​ຢ່າງ​ໃດ​.​


ຂໍ້ມູນຈາກ : http://champareport.com/
Share:

0 ความคิดเห็น:

แสดงความคิดเห็น

ບົດຄວາມລ່າສຸດ