
ປະກົດການຈັນທະຄາດເຕັມດວງ ຫຼື ກົບກິນເດືອນ ທີ່ຈະເກີດໃນວັນທີ 31 ມັງກອນ 2018 ນີ້ ຂ້ອນຂ້າງພິເສດກວ່າຄັ້ງອື່ນໆ ເນື່ອງຈາກເປັນປະກົດການຈັນທະຄາດທີ່ເກີດໃນຊ່ວງດວງຈັນໂຄຈອນຢູ່ໃກ້ໂລກ. ຊ່ວງເຄິ່ງກາງຄາດເຕັມດວງ ມີໄລຍະຫ່າງຈາກໂລກພຽງ 360,191 ກິໂລແມັດ ເຊິ່ງໃກ້ກວ່າໄລຍະຫ່າງສະເລ່ຍລະຫວ່າງໂລກເຖິງດວງຈັນ (ປະມານ 384,400 ກິໂລແມັດ) ເຮັດໃຫ້ເບິ່ງເຫັນດວງຈັນເຕັມດວງສີແດງອົມສົ້ມມີຂະໜາດປະກົດໃຫຍ່ກວ່າປົກກະຕິເລັກນ້ອຍ.
ນອກຈາກນີ້ ຍັງກົງກັບຄືນເດືອນເພັງຄັ້ງທີ 2 ຂອງເດືອນ ຫຼື ທີ່ນິຍົມເອີ້ນກັນວ່າ ‘ບຼູມູນ’ (Blue Moon) ເຊິ່ງປົກກະຕິດວງຈັນເຕັມດວງຈະເກີດຂຶ້ນເດືອນລະ 1 ຄັ້ງເທົ່ານັ້ນ ໂດຍເດືອນໃດທີ່ມີດວງຈັນເຕັມດວງ 2 ຄັ້ງ ຈະຮຽກດວງຈັນເຕັມດວງເທື່ອທີ່ສອງວ່າ ‘ບຼູມູນ’ ເຊິ່ງເກີດຂຶ້ນບໍ່ຫຼາຍເທື່ອປານໃດ ແລະ ເປັນທີ່ມາຂອງສຳນວນພາສາອັງກິດທີ່ວ່າ ‘Once in a blue moon’ ໝາຍເຖິງ ດົນໆຈະເກີດຂຶ້ນຈັກເທື່ອ ແລະ ດວງຈັນບໍ່ໄດ້ເປັນສີທະເລແຕ່ຢ່າງໃດ.
ປະກົດການນີ້ ນັກດາລາສາດສະໝັກຫຼິ້ນ ນິຍົມເອີ້ນວ່າ ‘ຊູເປີບຼູບຼັດມູນ’ (Super blue blood moon) ເປັນຈັນທະຄາດເຕັມດວງຊ່ວງທີ່ດວງຈັນໂຄຈອນໃກ້ໂລກ ແລະ ກົງເດືອນເພັງຄັ້ງທີ່ສອງຂອງເດືອນ.
ທັງນີ້ ປະກົດການຈັນທະຄາດເຕັມດວງ ວັນທີ 31 ມັງກອນ 2018 ໃນປະເທດລາວສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ທຸກພື້ນທີ່ທົ່ວປະເທດ ຕັ້ງແຕ່ຊ່ວງຫົວຄ່ຳທາງທິດຕາເວັນອອກ ຕັ້ງແຕ່ເວລາປະມານ 18:30 ໂມງ ເປັນຕົ້ນໄປ ເວລາຄາດເຕັມດວງປະມານ 19:50-21:10 ໂມງ ແລະ ສິ້ນສຸດປະກົດການໃນເວລາ 23:10 ໂມງ ຕາມເວລາປະເທດລາວ.
ທັງນີ້ ນັກດາລາສາດກ່າວວ່າ ປະກົດການດັ່ງກ່າວເປັນປະກົດການທາງທາງດາລາສາດທີ່ສາມາດອະທິບາຍໄດ້ຕາມຫຼັກການທາງວິທະຍາສາດ ແລະ ບໍ່ເກີດອັນຕະລາຍຕໍ່ໂລກແຕ່ຢ່າງໃດ.
ຂໍ້ມູນຈາກ : http://champareport.com/