ວັນວາເລນທາຍ ຫລື ວັນແຫ່ງຄວາມຮັກ ຄື ວັນທີ14 ກຸມພາຂອງທຸກໆປີທີ່ເຮົາຮູ້ກັນມາເຊິ່ງເປັນວັນທີ່ບັນດາຄູ່ຮັກຈະສະແດງຄວາມຮັກຕໍ່ກັນດ້ວຍການມອບຊໍ່ດອກໄມ້ (ກຸຫລາບສີແດງ) ຫລື ກາດຂອງຂວັນໃຫ້ກັນ.
ຄວາມເປັນມາຄື
ວັນວາເລນທາຍ Valentine's Day ຫລື ທີ່ຮູ້ຈັກກັນດີກໍຄືວັນແຫ່ງຄວາມຮັກ ເຊິ່ງກົງກັບວັນທີ 14 ກຸມພາ ຂອງທຸກປີ ເຊິ່ງເປັນສະເຫລີມສະຫລອງໃນຫລາຍໆປະເທດທົ່ວທຸກມູມໂລກ ສ່ວນຫລາຍແມ່ນປະເທດທີ່ຢູ່ພາກຕາເວັນຕົກ.ເຊິ່ງເປັນວັນທີ່ລະນຶກເຖິງນັກບຸນເຊນ ວາເລນທາຍ (Saint Valentine)ຜູ້ທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມປາຖະນາດີຕໍ່ເພື່ອນມະນຸດຢ່າງແທ້ຈິງ. ແຕ່ລາວໂທດດ້ວຍການປະຫານຊີວິດໃນວັນທີ 14 ກຸມພາ ຄສ 720.
ວັນວາເລນທາຍ Valentine's Day ແຕ່ກ່ອນເປັນພຽງວັນສະຫລອງນັກບຸນໃນສາສະຫນາຄຣິດຍຸກທຳອິດທີ່ມີຊື່ວ່າ " ວາເລນຕິນັດ" ແຕ່ນັກບຸນເຫລົ່ານີ້ມີຫລາຍອົງ. ວັນວາເລນທາຍຖືກກຳເນີດຂຶ້ນຄັ້ງທຳອິດ
ໂດຍ ສົມເດັດ ພຣະສັນຕະປາປາເກລາຊິອຸດ ໃນປີ ຄສ 496 ກ່ອນທີ່ຖືກລົບອອກຈາກປະຕິທິນນັກບຸນທົ່ວໄປຂອງໂຣມັນ (General Roman Calendar of saints) ໃນປີ ຄສ 1969 ໂດຍ ສົມເດັດ ພຣະສັນຕະປາປາປອນ
ລາຍລະອຽດເບິ່ງວີດີໂອ
ສຸດທ້າຍ ແອດ ຂໍໃຫ້ໃຜທີ່ແຊ ບົດຄວາມນີ້ຈົ່ງມີຄວາມຮັກທີ່ແສນຫວານ ແລະ ຍາວນານເດີ , ໃຜທີ່ບໍ່ມີຮັກກະຂໍໃຫ້ມີຮັກໄວໆເດີ ແລະ ໃຜໄດ້ຈັກດອກກໍບອກແອດແດ່ເດີ້ ... ຂອບໃຈ
ຂໍ້ມູນເພີ່ມຕື່ມ : wikipedia.org/wiki/วันวาเลนไทน์
0 ความคิดเห็น:
แสดงความคิดเห็น