ແຟນດີໆ ຄົນຮັກດີໆໃຜໆກໍຕ້ອງການທັງນັ້ນລະເນາະ ຍິ່ງເປັນຜູ້ຍິງຄືພວກເຮົາແລ້ວ ເວລາ ຄົບໃຜກໍຢາກຄົບກັນໄປດົນໆ ຈົນຮອດການສ້າງຄອບຄົວກໍເປັນໄປໄດ້ . ແຕ່ກະຄືວ່າລະເນາະ ຜູ້ຊາຍດີໆ ສະໄຫມ ຫາຢາກເຫລືອເກີນ. ສະນັ້ນແລ້ວໃຜທີ່ຄົບກັບຜູ້ຊາຍມີ 7 ຂໍ້ນີ້ຢ່າປ່ອຍໃຫ້ຫລຸດມືເດັດຂາດ
1. ເວົ້າຄວາມຈິງຫລາຍກວ່າເອົາໃຈ
ແນ່ນອນວ່າທຸກໆ ຄົນໃຜໆກໍຕ້ອງຢາກໄດ້ຍິນຄຳເວົ້າທີ່ເອົາອົກເອົາໃຈກັນທັງນັ້ນ ແຕ່ຢ່າລືມໄປວ່າສິ່ງນັ້ນໆລ້ວນແລ້ວແຕ່ເປືອກນອກທັງນັ້ນແລະ ແລະ ຈົ່ງຈຳໄວ້ວ່າຄົນທີ່ຮັກເຈົ້າຈິງນັ້ນ ເຂົາຈະເລືອກເວົ້າແຕ່ຄວາມຈິງ ສິ່ງທີ່ເຂົາຜິດພາດ ອອກມາໃຫ້ເຈົ້າໄດ້ຮູ້ຫລາຍກວ່າການເວົ້າເອົາໃຈ ເພື່ອໃຫ້ເຈົ້າພໍໃຈ ແລະ ເປັນການຕັດປັນຫາບໍ່ໃຫ້ເຈົ້າຄຽດ. ດັ່ງນັ້ນຖ້າຜູ້ຊາຍ ບອກໃຫ້ເຈົ້າອອກກຳລັງກາຍ ເພາະເຈົ້າອ້ວນເກິນໄປແລ້ວກໍ່ບໍ່ຕ້ອງນ້ອຍໃຈ ກະແລ້ວກັນ ນັ້ນຄືຜູ້ຊາຍປາກຮ້າຍ ແຕ່ນັ້ນຄືຜູ້ຊາຍທີ່ຈິງໃຈ ຫນ້າຮັກອີກດ້ວຍເດີ ຈະບອກໃຫ້ ອິອິອິ.
2. ຮູ້ຈັກການປະນີດປະນອມ
ເປັນຄົນທີ່ເວົ້າແທ້ທຳຈິງ ແລະ ທຸກການຕັດສິນໃຈເຕັມໄປດ້ວຍເຫດ ແລະ ຜົນເກືອບທຸກຄັ້ງ ຮູ້ຈັກການຖະຫນອມທອມຕົວຕໍ່ຄົນອື່ນໆ ຍ່ອມລະເຫດຜົນຂອງຕົນເອງ ເພື່ອຄົນຮັກ ຜູ້ຊາຍແບບນີ້ຫາບໍ່ງ່າຍເລີຍ ຖ້າໄດ້ແລ້ວຮັກສາໄວ້ໃຫ້ດີໆ ເດີ
3. ຕື່ມຄວາມຫວານໃຫ້ກັນສະເຫມີ
ແມ່ນວ່າເຂົາຈະເປັນຄົນທີ່ຈິງຈັງກັບວຽກງານປານໃດກໍຕາມ ແຕ່ກໍບໍ່ເຄີຍລືມໂອກາດອັນສຳຄັນໃນການທີ່ຈະພາເຈົ້າໄປສຳຜັດກັບບັນຍາກາດດີໆ ສະຖານທີ່ງາມໆ ອາຫານແຊບໆ ແລະ ຂອງຂວັນເລັກໆ ນ້ອຍໆ ມອບແທນໃຈໃຫ້ເຈົ້າໃນວັນອັນສຳຄັນທີ່ສຸດ. ສ້າງຮອຍຍິ້ມໃຫ້ກັບເຈົ້າໃນເວລາທີ່ເຈົ້າອ່ອນແອ ໃນເວລາທີ່ເຈົ້າທໍ້ແທ້ ຄື ເຂົາຈະຢືນຄ້ຽງເຈົ້າສະເຫມີ. ນີ້ລະຄືຜູ້ຊາຍທີ່ລູກຜູ້ຍິງຕ້ອງການ ຖ້າໄດ້ພົບເຈິແລ້ວ ບອກເລີຍຢ່າປ່ອຍໃຫ້ຫລຸດມືເດັດຂາດ
4. ຮູ້ສຶກອຸນໃຈທີ່ໄດ້ຢູ່ໃກ້ເຂົາທຸກເວລາ
ແມ່ນວ່າບາງຄັ້ງບາງເວລາເຂົາຈະຢູ່ແບບງຽບໆບໍ່ໄດ້ອອກອາການໃດໆກໍຕາມ ແຕ່ວ່າເຈົ້າຮູ້ສຶກອຸ່ນໃຈ ແລະ ຮູ້ສຶກປອດໄພເມື່ອໄດ້ຢູ່ ກັບເຂົາ . ນັ້ນກໍສະແດງວ່າເຂົານັ້ນຄືຄົນທີ່ແມ່ນສຳລັບເຈົ້າແລ້ວລະ,ຢ່າລືມໄປວ່າຜູ້ທັງຫລາຍແມ່ນວ່າຈະ In love ພຽງໃດກໍຕາມ ກໍຕ້ອງມີບາງມຸມທີ່ກັງວົນວ່າ ເຂົາຈະຖິ້ມ ຫລື ເລີກ ກັບເຈົ້າໃນເວລາໃດ ຖ້າເຈົ້າມີຄຳຖາມເຫລົ່ານີ້ໃນຫົວ ຖ້າເຂົາຂໍເຈົ້າແຕ່ງງານ ກໍຕັດສິ້ນໃຈ Say Yes ໄປເລີຍ.
5. ເປັນຄູ່ຊີວິດທີ່ດີ
ບໍ່ພຽງແຕ່ເປັນຄົນຮັກທີ່ດີເທົ່ານັ້ນ ແຕ່ເຂົາເກືອບຈະເປັນທຸກຢ່າງໃນຊີວິດຂອງເຈົ້າ ບໍ່ວ່າຈະເປັນພໍ່ໃຫຍ່ຈອມໂຫດທີ່ທັງຫຶງ ແລະ ຫ່ວງເມື່ອເຈົ້າກັບບ້ານບໍ່ຕົງເວລາ, ເປັນອ້າຍທີ່ແສນດີທີ່ຄອຍປອບໃຈໃນເວລາທີ່ເຈົ້າຮູ້ສຶກອ່ອນແອ, ເປັນນ້ອງຊາຍສຸດແສບທີ່ບາງຄັ້ງກໍຂີ້ນ້ອຍໃຈເພື່ອໃຫ້ເຈົ້າຕາມໃຈ ຫລື ເປັນເພື່ອນທີ່ດີຂອງເຈົ້າທີ່ພ້ອມຈະເຂົ້າໃຈແມ່ນວ່າເຈົ້າຈະບໍ່ເວົ້າຫຍັງອອກມາເລຍ ທີ່ສຳຄັນຈະບໍ່ຖິ້ມເຈົ້າໄປແມ່ນວ່າເຈົ້າຈະໄລ່ເຂົາໄປກໍຕາມ
6. ເປັນຄັນທີ່ສຊ່ວຍກັນແບ່ງເບົາພາລະ
ຫາກແມ່ນວ່າເຂົາບໍ່ເຄີຍປ່ອຍໃຫ້ເຈົ້າລຳບາກ ຫລື ເມື່ອຍໄປຕາມລຳພັງ ບໍ່ວ່າຈະການຊ່ວຍການເຮັດວຽກບ້ານເລັກໆ ນ້ອຍໆ,ການວາງແຜ່ນການທ່ອງທ່ຽວ,ການເກັບເງິນ ຫລື ເປັນແຮງພັກດັນທີ່ດີຂອງເຈົ້າແບບສະເຫມີຕົ້ນສະເຫມີປາຍ ນັ້ນສະແດງວ່າເຂົາພ້ອມທີ່ຈະເປັນສາມີທີ່ດີຂອງເຈົ້າດ້ວຍເຊັ່ນກັນ ຢ່າລື່ມວ່າການແບ່ງເບົາພາລະປັນຫາເຊິ່ງກັນແລະກັນເປັນ ກະແຈອັນສຳຄັນທີ່ສຸດຂອງຊີວິດຄູ່ ..
7. ເບິ່ງການໄກ
ເປັນອີກຫນຶ່ງລັກສະນະຂອງຜູ້ນຳຄອບຄົວທີ່ດີ ເພາະການທີ່ເບິ່ງອານາຄົດໄກນັ້ນບົ່ງບອກຫລາຍຢ່າງເຊັ່ນ : ການດູແລຕົວເອງຢ່າງດີເພື່ອສຸຂະພາບທີ່ດີໃນວັນຂ້າງຫນ້າ ເພາະເງິນທີ່ໄດ້ມາຈະບໍ່ຕ້ອງເສຍຄ່າໃຫ້ກັບໂຮງຫມໍເພື່ອຮັກສາຕົວ,ການາງແຜນຄອບຄົວເປັນສິ່ງທີ່ສຳຄັນ, ການປະຢັດມັດທະຍັດ, ອານາຄົດຂອງລູກໆ ແລະ ອື່ນໆ ສາລະພັດ ຫາກຜູ້ຊາຍຄົນໃດທີ່ມີຄວາມແບບນີ້ໃນຫົວຫລືມັກແບ່ງປັ້ນໃຫ້ເຈົ້າຟັງຢູ່ສະເຫມີ ຖືວ່າເຈົ້າຄືຄົນທີ່ໂຊກດີທີ່ສຸດແລ້ວ.. ຈົບ ຝາກກົດໄລ ກົດແຊ ເພື່ອໃຫ້ກຳລັງພວກເຮົາແດ່ເດີ
ຂອບໃຈພາບງາມໆ ຈາກ : https://www.facebook.com/dora.dora.3990
0 ความคิดเห็น:
แสดงความคิดเห็น