1.ມີຮອຍຍິ້ມຈິງໃຈຢູ່ສະເຫມີ
ທີ່ຕ້ອງເນັ້ນວ່າ ຈິງໃຈນັ້ນ ເພາະການຍິ້ຍອອກຈາກໃຈນັ້ນ ຈະຍິ້ມທັງດວງຕາແລະປາກ ເຊິ່ງການຍິ້້ມຢ່າງຈິງໃຈນີ້
ຈະເຮັດໃຫ້ອີກຝ່າຍສຳພັດເຖິງຄວາມເປັນມິດ ແລະ ຮູ້ສຶກຖືກສະຕາກັບເຈົ້າຕັ້ງແຕ່ຄັ້ງທຳອິດທີ່ເຫັນ.
2.ຟັງຫລາຍກວ່າເວົ້າກັບທຸກໆຄົນ
ການຮັບຟັງອີກຝ່າຍນັ້ນ ຄືວິທີສະແດງອອກວ່າເຈົ້າເອົາໃຈໃສ່ຕໍ່ຄົນອື່ນຫລາຍສຳໃດ ບໍ່ຄວນເວົ້າຂັດຈັງຫວະໃນຄະນະ
ທີ່ອີກຝ່າຍຍັງເວົ້າບໍ່ທັນເຈົ້າຈົບ ຫລື ສະແດງຄວາມຄິດເຫັນຫາກເຂົາບໍ່ໄດ້ຮຽກຮ້ອງໃຫ້ປະກອບຄຳຄິດເຫັນ.
3.ຢ່າມົ່ວຄິດແຕ່ເລື່ອງສ່ວນຕົວໃນຄະນະທີ່ຢູ່ກັບຄົນອື່ນ
ໃນຍຸກປັດຈະບັນນີ້ອາດຫລີກລ່ຽງບໍ່ພົ້ນກັບອຸປະກອນການສື່ສານຕ່າງໆໂດຍສະເພາະໂລກອອນໄລ ແຕ່ຢ່າມົ່ວກົ້ມຫນ້າກົ້ມຕາກັບມືຖື
ເຈົ້າຍິ່ງຕັດໂລກພາຍນອກອອກໄປຫລາຍເທົ່າໃດ ເຈົ້າກໍຍິ່ງໂດດດ່ຽວເທົ່ານັ້ນ ລອງເງີຍຫນ້າຂຶ້ນແລະໃຊ້ເວລາເຮັດໃນສິ່ງທີ່ເຈົ້າມັກແລະສິ່ງທີ່ຕ້ອງການກັບຄົນທີ່ເຈົ້າຮັກ
ຊີວິດຈະມີຄວາມຫມາຍອີກຫລາກຫລາຍຢ່າງ.
4. ດູແລຕົນເອງຢູ່ສະເຫມີ
ການທີ່ມີສຸຂະພາບກາຍແລະຈິດທີ່ດີຖືວ່າເປັນຄົນທີ່ດີທີ່ຕໍ່ການດຳລົງຊີວິດໃນໂລກມະນຸດ ແລະ ການເບິ່ງແຍງຕົນເອງເປັນສິ່ງທີ່ສຳຄັນ ຢ່າງປ່ອຍໃຫ້ຕົນເອງ
ຈົ່ມຢູ່ໃນພະວະອັນມືດມົ່ວ ຢ່າປ່ອຍໃຫ້ຕົນເອງຕ້ອງຫາເງິນຈ້າງໄປພັກຜອນຢູ່ໂຮງຫມໍ ພະຍາຍາມເຮັດໃຫ້ຕົນເອງສົດໃສ,ຫມັ້ນໃຈໃນຄົນເອງຢູ່ສະເຫມີ
5.ຮູ້ຈັກວາງເປົ້າຫມາຍ
ການທີ່ມີເປົ້າຫມາຍໃນຊີວິດ ຈະເຮັດໃຫ້ເຈົ້າຮູ້ສຶກວ່າຈະມີຊີວິດຢູ່ໄປເພື່ອຫຍັັັັງ ເຈົ້າອາດຈະຕັ້ງເປັ້າຫມາຍເລັກໆນ້ອຍໆກໍໄດ້ເຊັ່ນ: ຈະຕັ້ງຮ້ານຂາຍເກີບ ຫລື ອາດຈະໄປ
ຢາກໄປທ່ຽວຕ່າງປະເທດ ທີ່ເຈົ້າມັກ ນອກຈາກຈະຮູ້ສຶກດີແລ້ວ ຄົນອ້ອມຂ້າງເຂົາກໍຮູ້ສຶກວ່າເຈົ້າຄືຄົນທີ່ມີສະເຫນ່ຄືກັນ.
6.ໃຫ້ໂດຍບໍ່ຫວັງສິ່ງຕອບແທນ
ການທີ່ໃຫ້ສິ່ງໃດສິ່ງຫນຶ່ງກັບຄົນທີ່ດ່ອຍກວ່າ ຫລື ກະທັງຄົນທີ່ຖານະກໍຕາມ ຖ້າໃຫ້ດ້ວຍຄວາມຈິງໃຈ ແລະ ບໍ່ຄິດຄ່າສິ່ງຕອບແທນ
ນັ້ນຄືສິ່ງປະເສີດສຸດ ຂໍພຽງວ່າເມື່ອເວລາໃຫ້ແລ້ວຮູ້ມີຄວາມສຸກ ສະບາຍໃຈ ພຽງເທົ່ານີ້ຊີວິດກໍຈະມີບຸນແລ້ວ(ການທຳບຸນດ້ວຍການໃຫ້).
7.ແບ່ງເວລາຊີວິດ
ຫາກມົ່ວແຕ່ເຮັດວຽກໄປວັນໆ ຈົນເກືອບຈະບໍ່ມີເວລາພັກຜ່ອນເລີຍ ບາງຄັ້ງເຮັດວຽກບໍ່ແລ້ວ ຫລື ອາດຜິດພາດ ສຸດທ້າຍອອກວຽກເຮົາຮູ້ສຶກວ່າບໍ່ເຫລືອຫຍັງເລີຍ
ດັ້ງນັ້ນ ຈົ່ງໃຫ້ຄວາມສຳຄັນກັບຄອບຄົວ,ຄົນທີ່ເຈົ້າຮັກ,ເພື່ອນຮ່ວມງານ ແລະ ພົບປະສ້າງສັນໃນເວລາວ່າງ ນັ້ນມັນຈະເຮັດໃຫ້ທຸກວັນມີຄ່າສະເຫມີສຳລັບເຈົ້າ.
8.ຊື່ນຊົມຄົນອື່ນ ແລະ ຕົນເອງໃຫ້ເທົ່າທຽມກັນ
ການຊື່ນຊົມຍົກຍ້ອງໃຜໆ ກໍຕ້ອງການທັງນັ້ນແມ່ນບໍ ແລະ ຍັງເຮັດໃຫ້ຄົນອື່ນເບິ່ງເຫັນຄວາມໃຈກວ້າງຂອງເຈົ້າອີກ
ຮູ້ສຶກດີກັບເຈົ້າ ຜົນຕອບກັບຄືຄຳຊົມເຫລົ່ານັ້ນກໍຈະກັບຫາເຈົ້າເອງເຊັ່ນກັນ ໂດຍທີ່ບໍ່ໄດ້ຮຽກຮ້ອງຈາກໃຜໆກໍໄດ້.
9.ຍ່ອມຮັບຄວາມລົ້ມເຫລວແຕ່ຢ່າຍຶດຕິດ
ບໍ່ວ່າເປັນເວົ້າເຖິງຄວາມລົ້ມເຫລວຂອງຄົນອື່ນ ຫລື ຂອງຕົນເອງ ກໍ່ບໍ່ໄດ້ປະໂຫບດຫຍັງເລີຍ
ເພາະເລື່ອງຂອງຄວາມຜິດພາດເປັນເລື່ອງທຳມະດາຂອງມະນຸດ ເຮົາຄວນເກັບມັນໄວ້ພໍເປັນບົດຮຽນເທົ່ານັ້ນ ແລະ ກ່າວຕໍ່ໄປຢ່າງມີກຳລັງໃຈຫລາຍກວ່າ.
10.ຄິດເຖິງເລື່ອງດີໆທຸກເຊົ້າ ແລະ ກ່ອນນອນ
ຜົນວິໃຈຂອງ University Of North Carolina ບອກວ່າ ການເບິ່ງໂລກໃນແງ່ບວກ ມີປະສົບການກັບດີໆເຊັ່ນ:ອາລົມດີສະນຸກສະນານ ຄວາມຮັກ "ເປັນໄປໄດ້"
ຫລາຍກວ່າຄົນທີ່ເຫັນ. ດັ່ງນັ້ນກ່ອນນອນ ແລະ ທຸກເຊົ້າ ລອງຈິດຕະນາການເຖິງຄວາມສຸກ ແລະ ຄວາມສຳເລັດທີ່ຜ່ານມາ ແລະ ສິ່ງທີ່ເຈົ້າຢາກໃຫ້ມັນເກີດ..
Ilike Ushare ຂໍຂອບໃຈຂໍ້ມູນຈາກ : http://verrysmilejung.com
0 ความคิดเห็น:
แสดงความคิดเห็น