ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

ສະບາຍດີ ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ Ilike Ushare ຝາກກົດຕິດຕາມພວກເຮົາແດ່ເດີ

ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

This is default featured slide 1 title

Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.

This is default featured slide 2 title

Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.

This is default featured slide 3 title

Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.

This is default featured slide 4 title

Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.

This is default featured slide 5 title

Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.

วันอังคารที่ 27 กุมภาพันธ์ พ.ศ. 2561

ແຊຣ໌ ສະນັ່ນ ກາຍເປັນກະແສດັງໄປແລ້ວ


ແຊຣ໌ ສະນັ່ນຫວັ່ນໄຫວ ກາຍເປັນກະແສດັງ ທົ່ວໂລກ Social ໄປແລ້ວກັບພາບງານແຕ່ງຄູ່ບ່າວສາວ ຄູ່ຫນຶ່ງ



ໂດຍມີຜູ້ໃຊ້ ເພສບຸກ ຄົນຫນຶ່ງໄດ້ໂພສພາບ ອັນປະທັບໃຈ ຂອງຄູ່ບ່າວສາວ ຄູ່ຫນຶ່ງ ແລະ ໄດ້ຂຽນບອກວ່າ
ລົງທຶນໄລຍະສັ້ນຄ່າສິນສອດ>br> -ເຈົ້າບ່າວອາຍຸ70ປີbr> -ເຈົ້າສາວ20ປີຍັງຮຽນປີ2br> -ເງິນສົດ99ລ້ານກີບbr> -ຄຳ5ບາດbr> -ຄົນເກັງ1ຄັນbr> -ສ້າງເຮືອນ1ຫຼັງbr> -ເຮັດບົດບັນທຶກ ຖ້າເມຍບໍ່ເບິ່ງແຍງຜົວຊັບສິນເປັນຂອງຜົວ80%ຂອງເມຍ20%br>





ເຊິ່ງເປັນກະແສ ມາແຮງໃນ ຕອນນີ້ກະວ່າແມ່ນ ຈົນດັງໄປຮອດປະເທດເພື່ອນບ້ານໄປແລ້ວ ສຳລັບ ຂ່າວນີ້ ນີ້ລະເພິ່ນວ່າ ຄວາມຮັກ ມັນບໍເລືອກອາຍຸ ສັງຂານ ຈໍພຽງແຕ່ ຮັກຈິງ ແລະ ຮັກແລ້ວຮັກເລີຍ ຈັງໃດກະຂໍໃຫ້ທັງສອງເປັນຜົວທິບເມຍແກ້ວເດີ ໃຫ້ຮັກຕະຫລອດໄປ






ຝາກກົດໄລ ກົດແຊຣ໌ ແລະ ຕິດຕາມຂ່າວໃຫມ່ໆ ພວກເຮົາໄດ້ທີ່ນີ້

Share:

วันพฤหัสบดีที่ 22 กุมภาพันธ์ พ.ศ. 2561

ຟ້າຜ່າງົວຕາຍ 27 ໂຕ !! ຫມົດຄອກ


ຈາກສະພາບດິນຟ້າອາກາດມີການປ່ຽນແປງຫລາຍໃນໄລຍະນີ້ ເຊິ່ງເຫດໃຫ້ເກີດ ຝົນຕົກຟ້າຮ້ອງ ແລະ ລ່າສຸດກໍໄດ້ເກີດຟ້າຜ່າ ງົວໃນ ວັນທີ 22 / 02 / 2018 ເຊິ່ງຕາມລາຍງານມາວ່າ ງົວຖືກຟ້າຜ່າ 27 ໂຕ ທີ່ ບ້ານ ນາຫີນ ເມືອງແກ່ນທ້າວ ແຂວງ ໄຊຍະບູລີ






ຈັງໃດກະຂໍສະແດງຄວາມໃຈນຳຜູ້ເສຍຫາຍເດີ້ ຂໍໃຫ້ລ້ຽງໄວໄວ ຈຶ່ງສິໄດ້ຊ້ຳເກົ່າ


Ilik Ushare

Share:

วันศุกร์ที่ 16 กุมภาพันธ์ พ.ศ. 2561

ເກີດເຫດໄຟໃຫມ້ຕະຫລາດເຊໂນ


ຕາມການລາຍງານມາວ່າ ແລງວັນທີ 15 /2/ 2018 ເວລາ7ໂມງແລງ ເກີດໄຟໃຫມ້ຢ່າງແຮງທີ່ຕະຫລາດ ເຊໂນ ເຊິ່ງລາຍລະອຽດ ແລະ ຜົນເສຍຫາຍຍັງບໍ່ຮູ້ລະອຽດເທື່ອ






ເບິ່ງຄລິບ




ຂໍ້ມູນຈາກ : E'Em Hong SN


Share:

วันอังคารที่ 13 กุมภาพันธ์ พ.ศ. 2561

ຄວາມຫມາຍຂອງສີດອກໄມ້ໃນວັນ ວາເລນທາຍ Valentine's day



ດອກກຸຫລາບສີແດງ


ດອກກຸຫລາບສີແດງ ຫມາຍເຖິງຄວາມຮັກ ແລະ ຄວາມປາຖະນາ ເປັນດອກໄມ້ຂອງ ຄິວປິດ ແລະ ອີຣອສ ເປັນສິ່ງນຳໂຊກມາສູ່ຜູ້ຍິງທີ່ໄດ້ຮັບ.ກຸຫລາບສີຂາວ ຫມາຍເຖິງຄວາມມີສະເຫນ່ ຄວາມບໍລິສຸດ ຄວາມງຽບສະຫງົບ ແລະ ນຳໂຊກໃຫ້ກັບຜູ້ຍິງທີ່ໄດ້ຮັບເຊັ່ນດຽວກັນກັບກຸຫລາບສີແດງ







ດອກກຸຫລາບສົມພູ


ດອກກຸຫລາບສົມພູ ຫມາຍເຖິງຄວາມຮັກທີ່ມີຄວາມສຸກຢ່າງສົມບູນທີ່ສຸດ. ກຸຫລາບສີເຫລືອງ ຫລື ສີສົ້ມ ຫມາຍເຖິງຄວາມຮັກທີ່ຮ້ອນແຮງ ແລະ ຍາວນານ ບໍ່ຈືດຈາງ ຫວານຊື່ນ ແລະ ມີຄວາມສຸກ


ສຸດທ້າຍ ແອດ ຂໍໃຫ້ໃຜທີ່ແຊ ບົດຄວາມນີ້ຈົ່ງມີຄວາມຮັກທີ່ແສນຫວານ ແລະ ຍາວນານເດີ , ໃຜທີ່ບໍ່ມີຮັກກະຂໍໃຫ້ມີຮັກໄວໆເດີ ແລະ ໃຜໄດ້ຈັກດອກກໍບອກແອດແດ່ເດີ້ ... ຂອບໃຈ


Share:

ປະຫວັດຄວາມເປັນມາວັນ ວາເລນທາຍ Valentine's Day


ວັນວາເລນທາຍ ຫລື ວັນແຫ່ງຄວາມຮັກ ຄື ວັນທີ14 ກຸມພາຂອງທຸກໆປີທີ່ເຮົາຮູ້ກັນມາເຊິ່ງເປັນວັນທີ່ບັນດາຄູ່ຮັກຈະສະແດງຄວາມຮັກຕໍ່ກັນດ້ວຍການມອບຊໍ່ດອກໄມ້ (ກຸຫລາບສີແດງ) ຫລື ກາດຂອງຂວັນໃຫ້ກັນ.



ຄວາມເປັນມາຄື


ວັນວາເລນທາຍ Valentine's Day ຫລື ທີ່ຮູ້ຈັກກັນດີກໍຄືວັນແຫ່ງຄວາມຮັກ ເຊິ່ງກົງກັບວັນທີ 14 ກຸມພາ ຂອງທຸກປີ ເຊິ່ງເປັນສະເຫລີມສະຫລອງໃນຫລາຍໆປະເທດທົ່ວທຸກມູມໂລກ ສ່ວນຫລາຍແມ່ນປະເທດທີ່ຢູ່ພາກຕາເວັນຕົກ.ເຊິ່ງເປັນວັນທີ່ລະນຶກເຖິງນັກບຸນເຊນ ວາເລນທາຍ (Saint Valentine)ຜູ້ທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມປາຖະນາດີຕໍ່ເພື່ອນມະນຸດຢ່າງແທ້ຈິງ. ແຕ່ລາວໂທດດ້ວຍການປະຫານຊີວິດໃນວັນທີ 14 ກຸມພາ ຄສ 720.
ວັນວາເລນທາຍ Valentine's Day ແຕ່ກ່ອນເປັນພຽງວັນສະຫລອງນັກບຸນໃນສາສະຫນາຄຣິດຍຸກທຳອິດທີ່ມີຊື່ວ່າ " ວາເລນຕິນັດ" ແຕ່ນັກບຸນເຫລົ່ານີ້ມີຫລາຍອົງ. ວັນວາເລນທາຍຖືກກຳເນີດຂຶ້ນຄັ້ງທຳອິດ ໂດຍ ສົມເດັດ ພຣະສັນຕະປາປາເກລາຊິອຸດ ໃນປີ ຄສ 496 ກ່ອນທີ່ຖືກລົບອອກຈາກປະຕິທິນນັກບຸນທົ່ວໄປຂອງໂຣມັນ (General Roman Calendar of saints) ໃນປີ ຄສ 1969 ໂດຍ ສົມເດັດ ພຣະສັນຕະປາປາປອນ



ລາຍລະອຽດເບິ່ງວີດີໂອ





ສຸດທ້າຍ ແອດ ຂໍໃຫ້ໃຜທີ່ແຊ ບົດຄວາມນີ້ຈົ່ງມີຄວາມຮັກທີ່ແສນຫວານ ແລະ ຍາວນານເດີ , ໃຜທີ່ບໍ່ມີຮັກກະຂໍໃຫ້ມີຮັກໄວໆເດີ ແລະ ໃຜໄດ້ຈັກດອກກໍບອກແອດແດ່ເດີ້ ... ຂອບໃຈ




ຂໍ້ມູນເພີ່ມຕື່ມ : wikipedia.org/wiki/วันวาเลนไทน์


Share:

วันอาทิตย์ที่ 11 กุมภาพันธ์ พ.ศ. 2561

ຄົ້ນພົບຄ້ອງເກົ່າບູຮານຫລາຍຮ້ອຍປີ


ຄົ້ນພົບຄ້ອງເກົ່າບູຮານອີກແລ້ວທີ່ເມືອງອາດສະພອນແຂວງສະຫວັນນະເຂດ



ປະຊາຊົນຊາວບ້ານ ຈອມຮາດ ເມືອງອາດສະພອນ ແຂວງສະຫວັນນະເຂດ
ໄດ້ຂຸດ້ພົບເຫັນ ຄ້ອງເກົ່າແກ້ບູຮານ ເຊ່ິງເປັນທອງເຫຼືອງ ຢູ່ແຄມເຊ ຈຳພອນ ບ້ານຈອມຮາດ ເວລາ11ໂມງ10ນາທີ ຕາມເວລາທ້ອງຖິ່ນ -ໃນວັນທີ 10 ກຸມພາ ພສ 2561 ຄສ 2018








Ilike Ushare ຂໍຂອບໃຈຂໍ້ມູນຈາກ : http://raolaungmaunglaos.com

Share:

10 ວິທີທີ່ເຮັດໃຫ້ຕົວເຈົ້າມີຄຸນຄ່າທີ່ສຸດ ບໍ່ວ່າຈະຢູ່ໃສ



1.ມີຮອຍຍິ້ມຈິງໃຈຢູ່ສະເຫມີ
ທີ່ຕ້ອງເນັ້ນວ່າ ຈິງໃຈນັ້ນ ເພາະການຍິ້ຍອອກຈາກໃຈນັ້ນ ຈະຍິ້ມທັງດວງຕາແລະປາກ ເຊິ່ງການຍິ້້ມຢ່າງຈິງໃຈນີ້ ຈະເຮັດໃຫ້ອີກຝ່າຍສຳພັດເຖິງຄວາມເປັນມິດ ແລະ ຮູ້ສຶກຖືກສະຕາກັບເຈົ້າຕັ້ງແຕ່ຄັ້ງທຳອິດທີ່ເຫັນ.



2.ຟັງຫລາຍກວ່າເວົ້າກັບທຸກໆຄົນ
ການຮັບຟັງອີກຝ່າຍນັ້ນ ຄືວິທີສະແດງອອກວ່າເຈົ້າເອົາໃຈໃສ່ຕໍ່ຄົນອື່ນຫລາຍສຳໃດ ບໍ່ຄວນເວົ້າຂັດຈັງຫວະໃນຄະນະ ທີ່ອີກຝ່າຍຍັງເວົ້າບໍ່ທັນເຈົ້າຈົບ ຫລື ສະແດງຄວາມຄິດເຫັນຫາກເຂົາບໍ່ໄດ້ຮຽກຮ້ອງໃຫ້ປະກອບຄຳຄິດເຫັນ.



3.ຢ່າມົ່ວຄິດແຕ່ເລື່ອງສ່ວນຕົວໃນຄະນະທີ່ຢູ່ກັບຄົນອື່ນ
ໃນຍຸກປັດຈະບັນນີ້ອາດຫລີກລ່ຽງບໍ່ພົ້ນກັບອຸປະກອນການສື່ສານຕ່າງໆໂດຍສະເພາະໂລກອອນໄລ ແຕ່ຢ່າມົ່ວກົ້ມຫນ້າກົ້ມຕາກັບມືຖື ເຈົ້າຍິ່ງຕັດໂລກພາຍນອກອອກໄປຫລາຍເທົ່າໃດ ເຈົ້າກໍຍິ່ງໂດດດ່ຽວເທົ່ານັ້ນ ລອງເງີຍຫນ້າຂຶ້ນແລະໃຊ້ເວລາເຮັດໃນສິ່ງທີ່ເຈົ້າມັກແລະສິ່ງທີ່ຕ້ອງການກັບຄົນທີ່ເຈົ້າຮັກ ຊີວິດຈະມີຄວາມຫມາຍອີກຫລາກຫລາຍຢ່າງ.





4. ດູແລຕົນເອງຢູ່ສະເຫມີ
ການທີ່ມີສຸຂະພາບກາຍແລະຈິດທີ່ດີຖືວ່າເປັນຄົນທີ່ດີທີ່ຕໍ່ການດຳລົງຊີວິດໃນໂລກມະນຸດ ແລະ ການເບິ່ງແຍງຕົນເອງເປັນສິ່ງທີ່ສຳຄັນ ຢ່າງປ່ອຍໃຫ້ຕົນເອງ ຈົ່ມຢູ່ໃນພະວະອັນມືດມົ່ວ ຢ່າປ່ອຍໃຫ້ຕົນເອງຕ້ອງຫາເງິນຈ້າງໄປພັກຜອນຢູ່ໂຮງຫມໍ ພະຍາຍາມເຮັດໃຫ້ຕົນເອງສົດໃສ,ຫມັ້ນໃຈໃນຄົນເອງຢູ່ສະເຫມີ


5.ຮູ້ຈັກວາງເປົ້າຫມາຍ
ການທີ່ມີເປົ້າຫມາຍໃນຊີວິດ ຈະເຮັດໃຫ້ເຈົ້າຮູ້ສຶກວ່າຈະມີຊີວິດຢູ່ໄປເພື່ອຫຍັັັັງ ເຈົ້າອາດຈະຕັ້ງເປັ້າຫມາຍເລັກໆນ້ອຍໆກໍໄດ້ເຊັ່ນ: ຈະຕັ້ງຮ້ານຂາຍເກີບ ຫລື ອາດຈະໄປ ຢາກໄປທ່ຽວຕ່າງປະເທດ ທີ່ເຈົ້າມັກ ນອກຈາກຈະຮູ້ສຶກດີແລ້ວ ຄົນອ້ອມຂ້າງເຂົາກໍຮູ້ສຶກວ່າເຈົ້າຄືຄົນທີ່ມີສະເຫນ່ຄືກັນ.


6.ໃຫ້ໂດຍບໍ່ຫວັງສິ່ງຕອບແທນ
ການທີ່ໃຫ້ສິ່ງໃດສິ່ງຫນຶ່ງກັບຄົນທີ່ດ່ອຍກວ່າ ຫລື ກະທັງຄົນທີ່ຖານະກໍຕາມ ຖ້າໃຫ້ດ້ວຍຄວາມຈິງໃຈ ແລະ ບໍ່ຄິດຄ່າສິ່ງຕອບແທນ ນັ້ນຄືສິ່ງປະເສີດສຸດ ຂໍພຽງວ່າເມື່ອເວລາໃຫ້ແລ້ວຮູ້ມີຄວາມສຸກ ສະບາຍໃຈ ພຽງເທົ່ານີ້ຊີວິດກໍຈະມີບຸນແລ້ວ(ການທຳບຸນດ້ວຍການໃຫ້).


7.ແບ່ງເວລາຊີວິດ
ຫາກມົ່ວແຕ່ເຮັດວຽກໄປວັນໆ ຈົນເກືອບຈະບໍ່ມີເວລາພັກຜ່ອນເລີຍ ບາງຄັ້ງເຮັດວຽກບໍ່ແລ້ວ ຫລື ອາດຜິດພາດ ສຸດທ້າຍອອກວຽກເຮົາຮູ້ສຶກວ່າບໍ່ເຫລືອຫຍັງເລີຍ ດັ້ງນັ້ນ ຈົ່ງໃຫ້ຄວາມສຳຄັນກັບຄອບຄົວ,ຄົນທີ່ເຈົ້າຮັກ,ເພື່ອນຮ່ວມງານ ແລະ ພົບປະສ້າງສັນໃນເວລາວ່າງ ນັ້ນມັນຈະເຮັດໃຫ້ທຸກວັນມີຄ່າສະເຫມີສຳລັບເຈົ້າ.


8.ຊື່ນຊົມຄົນອື່ນ ແລະ ຕົນເອງໃຫ້ເທົ່າທຽມກັນ
ການຊື່ນຊົມຍົກຍ້ອງໃຜໆ ກໍຕ້ອງການທັງນັ້ນແມ່ນບໍ ແລະ ຍັງເຮັດໃຫ້ຄົນອື່ນເບິ່ງເຫັນຄວາມໃຈກວ້າງຂອງເຈົ້າອີກ ຮູ້ສຶກດີກັບເຈົ້າ ຜົນຕອບກັບຄືຄຳຊົມເຫລົ່ານັ້ນກໍຈະກັບຫາເຈົ້າເອງເຊັ່ນກັນ ໂດຍທີ່ບໍ່ໄດ້ຮຽກຮ້ອງຈາກໃຜໆກໍໄດ້.




9.ຍ່ອມຮັບຄວາມລົ້ມເຫລວແຕ່ຢ່າຍຶດຕິດ
ບໍ່ວ່າເປັນເວົ້າເຖິງຄວາມລົ້ມເຫລວຂອງຄົນອື່ນ ຫລື ຂອງຕົນເອງ ກໍ່ບໍ່ໄດ້ປະໂຫບດຫຍັງເລີຍ ເພາະເລື່ອງຂອງຄວາມຜິດພາດເປັນເລື່ອງທຳມະດາຂອງມະນຸດ ເຮົາຄວນເກັບມັນໄວ້ພໍເປັນບົດຮຽນເທົ່ານັ້ນ ແລະ ກ່າວຕໍ່ໄປຢ່າງມີກຳລັງໃຈຫລາຍກວ່າ.


10.ຄິດເຖິງເລື່ອງດີໆທຸກເຊົ້າ ແລະ ກ່ອນນອນ
ຜົນວິໃຈຂອງ University Of North Carolina ບອກວ່າ ການເບິ່ງໂລກໃນແງ່ບວກ ມີປະສົບການກັບດີໆເຊັ່ນ:ອາລົມດີສະນຸກສະນານ ຄວາມຮັກ "ເປັນໄປໄດ້" ຫລາຍກວ່າຄົນທີ່ເຫັນ. ດັ່ງນັ້ນກ່ອນນອນ ແລະ ທຸກເຊົ້າ ລອງຈິດຕະນາການເຖິງຄວາມສຸກ ແລະ ຄວາມສຳເລັດທີ່ຜ່ານມາ ແລະ ສິ່ງທີ່ເຈົ້າຢາກໃຫ້ມັນເກີດ..




Ilike Ushare ຂໍຂອບໃຈຂໍ້ມູນຈາກ : http://verrysmilejung.com

Share:

วันศุกร์ที่ 9 กุมภาพันธ์ พ.ศ. 2561

ແຊຣ໌ສະນັ່ນກັບນ້ອງນ້ອຍສຽງດີ


ຖືໄດ້ວ່າຄລິບທີ່ມາແຮງປະຈຳວັນທີ 9/2/2017ກະວ່າໄດ້ ເຊິ່ງຄລິບດັ່ງກ່າວແມ່ນຜູ້ເຟສບຸກຊື່ : โตน้อย ลูกสาวเดียว ໄດ້ live ສົດ ການຮ້ອງເພງຂອງນ້ອງນ້ອຍໃນຄລິບຈາກໂຮງຮຽນ ປະຖົມບ້ານກັນດອນ ເມືອງທ່າແຕງ ແຂວງເຊກອງ (ຕາມລາຍງານ)




ເຊິ່ງວ່າບໍ່ພໍເທົ່າໃດຊົ່ວໂມງ ຫລັງຈາກນັ້ນກໍປະກົດວ່າ ມີຄົນເຂົ້າເບິ່ງ, ແຊຣ໌ ແລະ ຄອມເມັ້ນກັນເປັນແຖວ









ກົດຊົມວີດີໂອ




ຈັງໃດພວກເຮົາກະຂໍເປັນກຳລັງໃຈໃຫ້ນ້ອງໆ ແລະ ພໍ່ແມ່ຄູອາຈານສູ້ໆຕໍ່ໄປ ແລະ ໃຫ້ມີອະນາຄົດທີດີເດີ



ຂໍຂອບໃຈ ຄລິບຈາກ : โตน้อย ลูกสาวเดียว

Share:

วันพฤหัสบดีที่ 8 กุมภาพันธ์ พ.ศ. 2561

ຜູ້ຊາຍທີ່ຮັກຈິງຕ້ອງມີ 7 ຂໍ້ນີ້

ແຟນດີໆ ຄົນຮັກດີໆໃຜໆກໍຕ້ອງການທັງນັ້ນລະເນາະ ຍິ່ງເປັນຜູ້ຍິງຄືພວກເຮົາແລ້ວ ເວລາ ຄົບໃຜກໍຢາກຄົບກັນໄປດົນໆ ຈົນຮອດການສ້າງຄອບຄົວກໍເປັນໄປໄດ້ . ແຕ່ກະຄືວ່າລະເນາະ ຜູ້ຊາຍດີໆ ສະໄຫມ ຫາຢາກເຫລືອເກີນ. ສະນັ້ນແລ້ວໃຜທີ່ຄົບກັບຜູ້ຊາຍມີ 7 ຂໍ້ນີ້ຢ່າປ່ອຍໃຫ້ຫລຸດມືເດັດຂາດ




1. ເວົ້າຄວາມຈິງຫລາຍກວ່າເອົາໃຈ


ແນ່ນອນວ່າທຸກໆ ຄົນໃຜໆກໍຕ້ອງຢາກໄດ້ຍິນຄຳເວົ້າທີ່ເອົາອົກເອົາໃຈກັນທັງນັ້ນ ແຕ່ຢ່າລືມໄປວ່າສິ່ງນັ້ນໆລ້ວນແລ້ວແຕ່ເປືອກນອກທັງນັ້ນແລະ ແລະ ຈົ່ງຈຳໄວ້ວ່າຄົນທີ່ຮັກເຈົ້າຈິງນັ້ນ ເຂົາຈະເລືອກເວົ້າແຕ່ຄວາມຈິງ ສິ່ງທີ່ເຂົາຜິດພາດ ອອກມາໃຫ້ເຈົ້າໄດ້ຮູ້ຫລາຍກວ່າການເວົ້າເອົາໃຈ ເພື່ອໃຫ້ເຈົ້າພໍໃຈ ແລະ ເປັນການຕັດປັນຫາບໍ່ໃຫ້ເຈົ້າຄຽດ. ດັ່ງນັ້ນຖ້າຜູ້ຊາຍ ບອກໃຫ້ເຈົ້າອອກກຳລັງກາຍ ເພາະເຈົ້າອ້ວນເກິນໄປແລ້ວກໍ່ບໍ່ຕ້ອງນ້ອຍໃຈ ກະແລ້ວກັນ ນັ້ນຄືຜູ້ຊາຍປາກຮ້າຍ ແຕ່ນັ້ນຄືຜູ້ຊາຍທີ່ຈິງໃຈ ຫນ້າຮັກອີກດ້ວຍເດີ ຈະບອກໃຫ້ ອິອິອິ.





2. ຮູ້ຈັກການປະນີດປະນອມ


ເປັນຄົນທີ່ເວົ້າແທ້ທຳຈິງ ແລະ ທຸກການຕັດສິນໃຈເຕັມໄປດ້ວຍເຫດ ແລະ ຜົນເກືອບທຸກຄັ້ງ ຮູ້ຈັກການຖະຫນອມທອມຕົວຕໍ່ຄົນອື່ນໆ ຍ່ອມລະເຫດຜົນຂອງຕົນເອງ ເພື່ອຄົນຮັກ ຜູ້ຊາຍແບບນີ້ຫາບໍ່ງ່າຍເລີຍ ຖ້າໄດ້ແລ້ວຮັກສາໄວ້ໃຫ້ດີໆ ເດີ





3. ຕື່ມຄວາມຫວານໃຫ້ກັນສະເຫມີ


ແມ່ນວ່າເຂົາຈະເປັນຄົນທີ່ຈິງຈັງກັບວຽກງານປານໃດກໍຕາມ ແຕ່ກໍບໍ່ເຄີຍລືມໂອກາດອັນສຳຄັນໃນການທີ່ຈະພາເຈົ້າໄປສຳຜັດກັບບັນຍາກາດດີໆ ສະຖານທີ່ງາມໆ ອາຫານແຊບໆ ແລະ ຂອງຂວັນເລັກໆ ນ້ອຍໆ ມອບແທນໃຈໃຫ້ເຈົ້າໃນວັນອັນສຳຄັນທີ່ສຸດ. ສ້າງຮອຍຍິ້ມໃຫ້ກັບເຈົ້າໃນເວລາທີ່ເຈົ້າອ່ອນແອ ໃນເວລາທີ່ເຈົ້າທໍ້ແທ້ ຄື ເຂົາຈະຢືນຄ້ຽງເຈົ້າສະເຫມີ. ນີ້ລະຄືຜູ້ຊາຍທີ່ລູກຜູ້ຍິງຕ້ອງການ ຖ້າໄດ້ພົບເຈິແລ້ວ ບອກເລີຍຢ່າປ່ອຍໃຫ້ຫລຸດມືເດັດຂາດ





4. ຮູ້ສຶກອຸນໃຈທີ່ໄດ້ຢູ່ໃກ້ເຂົາທຸກເວລາ


ແມ່ນວ່າບາງຄັ້ງບາງເວລາເຂົາຈະຢູ່ແບບງຽບໆບໍ່ໄດ້ອອກອາການໃດໆກໍຕາມ ແຕ່ວ່າເຈົ້າຮູ້ສຶກອຸ່ນໃຈ ແລະ ຮູ້ສຶກປອດໄພເມື່ອໄດ້ຢູ່ ກັບເຂົາ . ນັ້ນກໍສະແດງວ່າເຂົານັ້ນຄືຄົນທີ່ແມ່ນສຳລັບເຈົ້າແລ້ວລະ,ຢ່າລືມໄປວ່າຜູ້ທັງຫລາຍແມ່ນວ່າຈະ In love ພຽງໃດກໍຕາມ ກໍຕ້ອງມີບາງມຸມທີ່ກັງວົນວ່າ ເຂົາຈະຖິ້ມ ຫລື ເລີກ ກັບເຈົ້າໃນເວລາໃດ ຖ້າເຈົ້າມີຄຳຖາມເຫລົ່ານີ້ໃນຫົວ ຖ້າເຂົາຂໍເຈົ້າແຕ່ງງານ ກໍຕັດສິ້ນໃຈ Say Yes ໄປເລີຍ.






5. ເປັນຄູ່ຊີວິດທີ່ດີ


ບໍ່ພຽງແຕ່ເປັນຄົນຮັກທີ່ດີເທົ່ານັ້ນ ແຕ່ເຂົາເກືອບຈະເປັນທຸກຢ່າງໃນຊີວິດຂອງເຈົ້າ ບໍ່ວ່າຈະເປັນພໍ່ໃຫຍ່ຈອມໂຫດທີ່ທັງຫຶງ ແລະ ຫ່ວງເມື່ອເຈົ້າກັບບ້ານບໍ່ຕົງເວລາ, ເປັນອ້າຍທີ່ແສນດີທີ່ຄອຍປອບໃຈໃນເວລາທີ່ເຈົ້າຮູ້ສຶກອ່ອນແອ, ເປັນນ້ອງຊາຍສຸດແສບທີ່ບາງຄັ້ງກໍຂີ້ນ້ອຍໃຈເພື່ອໃຫ້ເຈົ້າຕາມໃຈ ຫລື ເປັນເພື່ອນທີ່ດີຂອງເຈົ້າທີ່ພ້ອມຈະເຂົ້າໃຈແມ່ນວ່າເຈົ້າຈະບໍ່ເວົ້າຫຍັງອອກມາເລຍ ທີ່ສຳຄັນຈະບໍ່ຖິ້ມເຈົ້າໄປແມ່ນວ່າເຈົ້າຈະໄລ່ເຂົາໄປກໍຕາມ





6. ເປັນຄັນທີ່ສຊ່ວຍກັນແບ່ງເບົາພາລະ


ຫາກແມ່ນວ່າເຂົາບໍ່ເຄີຍປ່ອຍໃຫ້ເຈົ້າລຳບາກ ຫລື ເມື່ອຍໄປຕາມລຳພັງ ບໍ່ວ່າຈະການຊ່ວຍການເຮັດວຽກບ້ານເລັກໆ ນ້ອຍໆ,ການວາງແຜ່ນການທ່ອງທ່ຽວ,ການເກັບເງິນ ຫລື ເປັນແຮງພັກດັນທີ່ດີຂອງເຈົ້າແບບສະເຫມີຕົ້ນສະເຫມີປາຍ ນັ້ນສະແດງວ່າເຂົາພ້ອມທີ່ຈະເປັນສາມີທີ່ດີຂອງເຈົ້າດ້ວຍເຊັ່ນກັນ ຢ່າລື່ມວ່າການແບ່ງເບົາພາລະປັນຫາເຊິ່ງກັນແລະກັນເປັນ ກະແຈອັນສຳຄັນທີ່ສຸດຂອງຊີວິດຄູ່ ..





7. ເບິ່ງການໄກ


ເປັນອີກຫນຶ່ງລັກສະນະຂອງຜູ້ນຳຄອບຄົວທີ່ດີ ເພາະການທີ່ເບິ່ງອານາຄົດໄກນັ້ນບົ່ງບອກຫລາຍຢ່າງເຊັ່ນ : ການດູແລຕົວເອງຢ່າງດີເພື່ອສຸຂະພາບທີ່ດີໃນວັນຂ້າງຫນ້າ ເພາະເງິນທີ່ໄດ້ມາຈະບໍ່ຕ້ອງເສຍຄ່າໃຫ້ກັບໂຮງຫມໍເພື່ອຮັກສາຕົວ,ການາງແຜນຄອບຄົວເປັນສິ່ງທີ່ສຳຄັນ, ການປະຢັດມັດທະຍັດ, ອານາຄົດຂອງລູກໆ ແລະ ອື່ນໆ ສາລະພັດ ຫາກຜູ້ຊາຍຄົນໃດທີ່ມີຄວາມແບບນີ້ໃນຫົວຫລືມັກແບ່ງປັ້ນໃຫ້ເຈົ້າຟັງຢູ່ສະເຫມີ ຖືວ່າເຈົ້າຄືຄົນທີ່ໂຊກດີທີ່ສຸດແລ້ວ.. ຈົບ ຝາກກົດໄລ ກົດແຊ ເພື່ອໃຫ້ກຳລັງພວກເຮົາແດ່ເດີ




ຂອບໃຈພາບງາມໆ ຈາກ : https://www.facebook.com/dora.dora.3990
Share:

ຄຳເວົ້າ “ຂີ້ຕົວະ” ຂອງຜູ້ຊາຍທີ່ມັກໃຊ້ ແລະ ແມ່ຍິງກໍຫຼົງເຊື່ອ

ຄຳເວົ້າ “ຂີ້ຕົວະ” ຂອງຜູ້ຊາຍທີ່ມັກໃຊ້ ແລະ ແມ່ຍິງກໍຫຼົງເຊື່ອ!!!


ບໍ່ວ່າຍິງ ຫຼືຊາຍຕ່າງກໍເຄີຍມີການເວົ້າເລື່ອງຂີ້ຕົວະກັນເກີດຂຶ້ນ, ແຕ່ໃນທີ່ນີ້ພວກເຮົາຈະຍົກເອົາຄຳຂີ້ຕົວະຂອງຜູ້ຊາຍທີ່ມັກເວົ້າເປັນປະຈຳ.


1. ຂ້ອຍບໍ່ເຄີຍເຮັດແບບນີ້ກັບໃຜ, ເຈົ້າເປັນຄົນທຳອິດ.


ປະໂຫຍກນີ້ເມື່ອສາວໆໄດ້ຍິນກໍອາດຈະຍິ້ມແກ້ມບານ, ແຕ່ຕ້ອງແນ່ໃຈກ່ອນວ່າເຮົາຮູ້ຈັກຜູ້ຊາຍຄົນນັ້ນດີແລ້ວບໍ, ເພາະຜ່ານມາເຂົາອາດເຄີຍເວົ້າແບບນີ້ກັບແມ່ຍິງຄົນອື່ນມາແລ້ວ, ສະນັ້ນ ຢ່າຫຼົງເຊື່ອ ແລະເພື່ອໃຈໄວ້ຈະເປັນການດີ.


2. ເຊື່ອຂ້ອຍເຖາະ! ມັນບໍ່ມີຫຍັງ


ຖ້າປະໂຫຍກນີ້ອອກມາຈາກປາກຜູ້ຊາຍຄົນເກົ່າຫຼາຍຄັ້ງສະແດງວ່າຄວາມສຳພັນຂອງພວກເຈົ້າທັງສອງເລີ່ມຈະບໍ່ໝັ້ນຄົງ, ເພາະເປັນຄຳເວົ້າທີ່ເຮັດໃຫ້ເຈົ້າຮູ້ສຶກບໍ່ເຊື່ອໃຈຜູ້ຊາຍຄົນນີ້ອີກຕໍ່ໄປ.


3. ຜູ້ຍິງຄົນນັ້ນເປັນພຽງໝູ່, ຢ່າຄິດຫຼາຍ


ມັນອາດເປັນຄວາມຈິງຜູ້ຍິງທີ່ເວົ້າເຖິງອາດເປັນພຽງໝູ່ໃນກຸ່ມດຽວກັນ, ແຕ່ເຈົ້າກໍຕ້ອງສັງເກດເບິ່ງພຶດຕິກຳຂອງຄົນທີ່ເຈົ້າຮັກ, ຖ້າຫາກເຂົາມີນິໄສເຈົ້າຊູ້ກໍເປັນສິ່ງທີ່ເຊື່ອໃຈບໍ່ໄດ້.


4. ຂ້ອຍຂໍໂທດມັນຈະບໍ່ເກີດເລື່ອງແບບນີ້ຂຶ້ນອີກ


ການໃຫ້ອະໄພ ແລະໃຫ້ໂອກາດບໍ່ຄວນມີຊ້ຳເປັນຄັ້ງທີ່ສາມ, ເພາະຄວາມຜິດຄັ້ງທີ່ໜຶ່ງອາດເກີດຈາກຄວາມບໍ່ຮູ້, ຄັ້ງທີ່ສອງອາດເກີດຈາກຄວາມຕັ້ງໃຈ, ແຕ່ເມື່ອມີຄັ້ງທີ່ສາມສະແດງວ່າການຍົກໂທດໃຫ້ບໍ່ໄດ້ມີຜົນສັກສິດສຳລັບເຂົາເລີຍ.


5. ຂ້ອຍຮັກເຈົ້າທີ່ສຸດ, ຢາກໃຫ້ເຈົ້າເປັນຂອງຂ້ອຍຄົນດຽວ


ເປັນປະໂຫຍກທີ່ຜູ້ຊາຍເຈົ້າຊູ້ມັກເວົ້າໃຫ້ແມ່ຍິງຕາຍໃຈ ແລະມັນກໍເປັນປະໂຫຍກທີ່ໃຊ້ໄດ້ຜົນສຳລັບເຂົາ.


6. ຂ້ອຍເປັນແບບນີ້ຕັ້ງແຕ່ເຮົາຍັງບໍ່ໄດ້ລົມກັນ


ຫາກຄົນຮັກຂອງທ່ານເວົ້າປະໂຫຍກນີ້ອອກມາສະແດງວ່າເຂົາບໍ່ຄິດທີ່ຈະປ່ຽນແປງຫຍັງຕົນເອງເພື່ອເຈົ້າ, ບໍ່ຄິດທີ່ຈະປັບຕົວເຂົ້າຫາກັນ, ເປັນຄຳເວົ້າທີ່ຄ້າຍຄືກັບວ່າບໍ່ສົນໃຈຄວາມຮູ້ສຶກຂອງເຈົ້າ.


7. ຊ່ວງນີ້ຂ້ອຍບໍ່ວ່າງ, ຄາວຽກ, ຄາປະຊຸມ


ຖ້າເຂົາເອົາວຽກມາອ້າງໃນເວລາທີ່ເຈົ້າຢາກພົບ, ເວລາເຈົ້າເດືອດຮ້ອນສິ່ງດັ່ງກ່າວເປັນສັນຍານທີ່ບໍ່ດີກ່ຽວກັບຄວາມສຳພັນ.


8. ຂ້ອຍບໍ່ໄດ້ຢາກໄປ, ແຕ່ໝູ່ບັງຄັບ


ເປັນປະໂຫຍກທີ່ຜູ້ຊາຍສ່ວນຫຼາຍໃຊ້ເປັນຂໍ້ອ້າງເພື່ອຫຼີກລ່ຽງຄວາມຜິດເວລາ, ຖ້າຫາກດົນໆເຂົາອອກໄປຫາໝູ່ກໍຄວນປ່ອຍໃຫ້ເຂົາໄດ້ອອກໄປເພື່ອຜ່ອນຄາຍ, ແຕ່ຖ້າອອກໄປເລື້ອຍໆພ້ອມທັງອ້າງປະໂຫຍກນີ້ເປັນປະຈຳມັນກໍຈະເກີນຄວາມອົດທົນ.


9. ຂ້ອຍຂໍນອນກອດ


ມີພຽງຜູ້ຊາຍສ່ວນໜ້ອຍທີ່ຈະເຮັດຕາມຄຳເວົ້າຂອງຕົນເອງໄດ້, ດັ່ງນັ້ນ ເມື່ອເຈົ້າໄດ້ຍິນປະໂຫຍກແບບນີ້ກໍຄວນກຽມຕົວໃຫ້ດີ ແລະຕັດສິນໃຈໃຫ້ເດັດຂາດ, ເພາະຄວາມໝາຍເລິກໆຂອງປະໂຫຍກອາດບໍ່ແມ່ນແບບນັ້ນ.


Share:

ຜູ້ ຫລື ຜູ່



ເຖິງວ່າ "ພາສາລາວ" ຈະໄດ້ນຳສະເໜີບົດຄວາມກ່ຽວກັບຄຳວ່າ 'ຜູ່ ຫຼື ຜູ້' ອອກສູ່ສັງຄົມອິນເຕີເນັດມາຫຼາຍເທື່ອແລ້ວກໍຕາມ, ແຕ່ກໍປາກົດວ່າຍັງມີຜູ້ໃຊ້ຄຳວ່າ 'ຜູ່' ຢູ່ຈຳນວນໜ້ອຍໜຶ່ງ. ເພື່ອເປັນການລິ້ມຄວາມຮູ້ເກົ່າຄືນ, ມື້ນີ້ "ພາສາລາວ" ຂໍອະນຸຍາດນຳສະເໜີບົດຄວາມດັ່ງກ່າວຄືນຕື່ມອີກເທື່ອໜຶ່ງ:

ກ່ອນປີ 1920 ການຈານພາສາລາວໃສ່ໃບລານ ຫຼືຂຽນພາສາລາວໃສ່ເຈ້ຍນັ້ນ ເພິ່ນຍັງບໍ່ທັນໄດ້ກຳນົດເຄື່ອງໝາຍວັນນະຍຸດໃສ່ໃນແຕ່ລະຄຳສັບ. ດັ່ງນັ້ນ ຄຳທີ່ມີຄວາມໝາຍວ່າ 'ຄົນ' ທີ່ໄດ້ຍົກຂຶ້ນມານີ້ ຈຶ່ງຂຽນເປັນ 'ຜູ' ເຊິ່ງຜູ້ອ່ານຕ້ອງໄດ້ອອກສຽງຕາມບໍລິບົດທີ່ຄຳປາກົດຢູ່. ຍ້ອນຄວາມຫຍຸ້ງຍາກໃນການອ່ານຄຳທີ່ມີສຽງວັນນະຍຸດແຕກຕ່າງກັນ,

ເພິ່ນຈຶ່ງກຳນົດເຄື່ອງໝາຍວັນນະຍຸດເຂົ້າມາໃສ່ໃນລະບົບຕົວອັກສອນລາວ ເພື່ອເຮັດໃຫ້ການອ່ານຄຳທີ່ມີສຽງວັນນະຍຸດນັ້ນງ່າຍຂຶ້ນ. ທຳອິດ, ຄຳວ່າທີ່ມີຄວາມໝາຍວ່າ 'ຄົນ' ນີ້ ເພິ່ນສະກົດເປັນ 'ຜູ້'. ຕໍ່ມາໃນປີ 1953 ຄະນະກຳມະການວັນນະຄະດີລາວ ໄດ້ປະຊຸມຕົກລົງກັນໃຫ້ຂຽນເປັນ 'ຜູ່'. ແຕ່ຕໍ່ມາປີ 1967 ໃນໄວຍາກອນຂອງທ່ານພູມີ ວົງວິຈິດ ທີ່ໃຊ້ໃນເຂດປົດປ່ອຍແມ່ນກຳນົດໃຫ້ຂຽນເປັນ 'ຜູ້'.

ຕົກມາໃນປີ 1973 ລາຊະບັນດິດສະພາລາວທີ່ວຽງຈັນກໍໄດ້ກຳນົດໃຫ້ຂຽນ 'ຜູ້' ເຊັ່ນກັນ. ເມື່ອຕົກມາເຖິງປີ 1975 ສປປ ລາວໄດ້ຮັບການສ້າງຕັ້ງຂຶ້ນ ແລະຫຼັກການຂຽນພາສາລາວຕາມສຽງແບບຂອງທ່ານພູມີ ວົງວິຈິດ ກໍໄດ້ຮັບການນຳໃຊ້ເຂົ້າໃນລະບົບການສຶກສາຂອງລາວ ແລະການຂຽນຄຳນີ້ ກໍເປັນ 'ຜູ້' ມາເຖິງປັດຈຸບັນ.


ໃນວັດຈະນານຸກົມຂອງ ດຣ. ທອງຄຳ ອ່ອນມະນີສອນ ແລະ ວັດຈະນານຸກົມພາສາລາວຂອງສະຖາບັນວິທະຍາສາດສັງຄົມແຫ່ງຊາດ ລ້ວນແຕ່ບັນທຶກຄຳວ່າ 'ຜູ້' ໄວ້ໃນປະມວນຄຳສັບຂອງຕົນ. ຜູ້ ທີ່ມີໃນວັດຈະນານຸກົມທັງ 2 ເຫຼັ້ມດັ່ງກ່າວ ມີສອງຄວາມໝາຍ:
1. ຄຳນາມ ໝາຍເຖິງ ຄົນ ເຊັ່ນ ຜູ້ໃດ ຄົນໃດ ຜູ້ຄົນ...
2. ຄຳຄຸນນາມ ໝາຍເຖິງ ຄຳບອກເພດເຖິກ ສຳລັບສັດ ເຊັ່ນ ໄກ່ຜູ້, ເປັດຜູ້ ດັ່ງນີ້ເປັນຕົ້ນ.

ດັ່ງນັ້ນ, ຈຶ່ງຖືວ່າ 'ຜູ້' ແມ່ນການສະກົດທີ່ຖືກຕ້ອງຕາມຫຼັກການຂຽນຂອງສະໄໝປັດຈຸບັນ
Share:

วันพุธที่ 7 กุมภาพันธ์ พ.ศ. 2561

ຜູ້ຊາຍຄົນແລກຂອງໂລກທີ່ກຳເນີດລູກໄດ້


Thomas Beatie ຊາວ ອາເມຣິກັນ ຖືໄດ້ວ່າເປັນຊາຍແລກຂອງໂລກທີ່ເປັນແມ່ຂອງລູກ. າກການລາຍງານຂອງເວັບໄຊ www.oddee.com ວ່າ Beatie ໄດ້ຮັບການຜ່າຕັດລະບົບຮໍໂມນໃນໄລຍະ 10 ປີກ່ອນແລ້ວ ແລະ ລາວກໍໄດ້ຮັກຕົວໃຖານະ Oregon.​ເມຍຂອງລາວຊື່ Nancy ອາຍຸ 34 ປີ ເຊິ່ງວ່າ Nancy ບໍ່ສາມາດກຳເນີດ ຫລື ຕັ້ງຄັນໄດ້ເນື່ອງຈາກລາວໄດ້ຜ່າຕັດມົດລູກໄປແລ້ວໃນໄລຍະທີ່ຜ່ານມາ. ດັ່ງນັ້ນ Beatie ຜູ້ເປັນຜົວ ຈຶ່ງຕັດສິ້ນໃຈ ຜະສົມພັນທຽນຕົວລາວເອງ ໂດຍ ການນຳເອົາລະບົບອະຈຸຈິ ທີ່ແຂງແຮງທີ່ສຸດຈາກ ຄົນທີ່ບໍລິຈາກ.. ແລະ ສຸດທ້າຍລາວກໍຕັ້ງຄັນ













ຜິດພາດປະການ ຂໍອະໄພນະທີ່ນີ້ດ້ວຍ
Share:

ບົດຄວາມລ່າສຸດ

คลังบทความของบล็อก