ໃບຢານາງ ຫຼື ຢານາງ ເປັນໄມ້ເຄືອຂະໜາດນ້ອຍທີ່ຄົນບູຮານນິຍົມນຳມາໃຊ້ປະໂຫຍດໃນດ້ານການເຮັດອາຫານ ໂດຍສະເພາະສ່ວນຂອງໃບທີ່ນິຍົມນຳມາຕຳຫຼືບົດເພື່ອຄັ້ນນ້ຳຈາກໃບມາໃຊ້ສຳລັບປຸງອາຫານເຮັດເຮັດໃຫ້ເພີ່ມລົດຊາດ ມີລົດຫວານທຳມະຊາດ ສີອາຫານຂຽວເຂັ້ມອອກດຳ ແລະ ມີລັກສະນະຂຸ້ນເປັນຢາງ ປະໂຫຍດຂອງຢານາງ – ສ່ວນທີ່ເປັນໃບຢານາງໃຊ້ນຳມາຄັ້ນນ້ຳສຳລັບປະກອບອາຫານ ເຊັ່ນ ແກງໜໍ່ໄມ້ ແກງອ່ອມ ແກງ – ໃບນຳມາຕາກແຫ້ງ ແລະ ບົດ ໃຊ້ຊົງເປັນຊາດືມ – ເຄືອໃຊ້ເປັນເຊືອກ ສຳພະຄຸນຂອງຢານາງ ໃນພາກພື້ນອາຊີນິຍົມນຳໃບຢານາງມາປະກອບອາຫານຫຼາຍ ໂດຍສະເພາະແກງໜໍ່ໄມ້ ແລະ ເມນູອາຫານອື່ນທີ່ໃຊ້ໜໍ່ໄມ້ ເນື່ອງຈາກສານໃນໃບຢານາງມີລິດຕ້ານກົດຢູຮິດໃນໜໍ່ໄມ້ບໍ່ໄດ້ ເຮັດໃຫ້ໜໍ່ໄມ້ມີລົດຊາດເປັນຕາແຊບຫຼາຍຂຶ້ນ
ຢານາງ, ໃບຢານາງ, ດັບພິດ, ລົດໄຂ້, ສະໝຸນໄພ ຮາກຢານາງ ຮາກຢານາງມາຕົ້ມຫຼືຝົນປະສົມກັບນ້ຳດື່ມ ມີສັບພະຄຸນຫຼາຍດ້ານ ໄດ້ແກ່ – ແກ້ດັບກະຫາຍ – ບັນເທົາອາການໄຂ້ ແກ້ໄຂ້ຈັບສັ່ນ – ແກ້ໄຂ້ຮາກສາດ ໄຂ້ມາລາເຮຍ ໄຂ້ສັນນິບາດ ໄຂ້ທັບຮະດູ – ແກ້ອີສຸກອີໃສ ຕຸ່ມຜື່ນ ຝີ – ຖອນຜິດເມົາຄ້າງ ເມົາເຫຼົ້າ – ບັນເທົາອາການຖອກທ້ອງ ທ້ອງເສຍ – ບຳລຸງຫົວໃຈ – ຖອນຜິດ ແລະ ລົດພິດຈາກພືດ ສັດ – ຊ່ວຍຂັບສານພິດໃນຮ່າງກາຍ – ຖອນພິດຜິດສຳແດງ – ບຳລຸງຫົວໃຈ ແກ້ໂລກຫົວໃຈບວມ – ແກ້ເລືອດດັງອອກ ລຳຕົ້ນຢານາງ ລຳຕົ້ນນຳມາຕົ້ມຫຼືບົດ ຄັ້ນນຳດື່ມ ອອກລິດທາງຢາ ໄດ້ແກ່ – ບັນເທົາອາການໄຂ້ ລົດພິດຮ້ອນ – ບັນເທົາອາການພິດຈາກພືດ ເຫັດ ແລະ ຊ່ວຍຂັບສານພິດຢາຂ້າແມງໄມ້ໃນຮ່າງກາຍ – ແກ້ລີ້ນເປັນຝ້າຂາວ ລີ້ນແຂງກະດ້າງ – ໂລກປວດຂໍ້ ປວດກະດູກ – ບັນເທົາອາການທ້ອງເສຍ ໃບຢານາງ ນຳໃບມາບົດເອົານ້ຳສົດໆ ຫຼື ນຳມາຕົ້ມນ້ຳດື່ມ ລວມເຖີງໃບຕາກແຫ້ງອັດໃສ່ແຄບຊູນຮັບປະທານ ມີລິດໃນທາງຢາຫຼາຍດ້ານ ໄດ້ແກ່ – ບັນເທົາອາການຮ້ອນໃນ – ບັນເທົາອາການເປັນໄຂ້ ຕົວຮ້ອນ – ບັນເທົາໄຂ້ຮາກສາດ ໄຂ້ຝີ – ລົດພິດຢາຂ້າແມງໄມ້ໃນຮ່າງກາຍ ແລະ ຖອນພິດອື່ນໆ
0 ความคิดเห็น:
แสดงความคิดเห็น