ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

ສະບາຍດີ ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ Ilike Ushare ຝາກກົດຕິດຕາມພວກເຮົາແດ່ເດີ

ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

วันพฤหัสบดีที่ 5 เมษายน พ.ศ. 2561

ອ່ານແລ້ວນ້ຳຕາຕົກ ເລື່ອງເມຍຂ້ອຍບໍ່ໄດ້ເຮັດຫຍັງ


ການສົນທະນາລະຫວ່າງຄົນເປັນຜົວ (ກ) ແລະ ນັກຈິດຕະວິທະຍາ (ຂ) ຄົນໜຶ່ງ:


ຂ: ອາຊີບເຈົ້າເຮັດຫຍັງ ທ່ານ ກ?
ກ: ຂ້ອຍເປັນບັນຊີຢູ່ທະນາຄານ.
ຂ: ເມຍເຈົ້າເດ ເຮັດຫຍັງ?
ກ: ລາວບໍ່ໄດ້ເຮັດວຽກຫຍັງ ພຽງແຕ່ເປັນແມ່ບ້ານຊື່ໆ
ຂ: ໃຜເປັນຄົນແຕ່ງເຂົ້າເຊົ້າໃຫ້ກິນທຸກມື້?
ກ: ເມຍຂ້ອຍ ເພາະລາວບໍ່ໄດ້ເຮັດວຽກຫຍັງ
ຂ: ເມຍເຈົ້າຕື່ນນອນຈັກໂມງ ເພື່ອແຕ່ງເຂົ້າເຊົ້າໃນແຕ່ລະມື້?
ກ: ລາວຕື່ນແຕ່ 5 ໂມງ້ຊົ້າ ເພາະລາວຕ້ອງອະນາໄມເຮືອນກ່ອນແຕ່ງເຂົ້າເຊົ້າ
ຂ: ລູກເຈົ້າໄປໂຮງຮຽນແນວໃດ?
ກ: ເມຍຂ້ອຍໄປສົ່ງ ເພາະລາວບໍ່ໄດ້ເຮັດວຽກ
ຂ: ຫຼັງຈາກສົ່ງລູກໄປໂຮງຽນແລ້ວ ລາວເຮັດຫຍັງລະ?
ກ: ລາວໄປຕະຫຼາດ ແລ້ວກັບມາແຕ່ງກິນ ແລະ ຊັກເຄື່ອງ; ເຈົ້າກໍ່ຮູ້ດີເດວ່າລາວບໍ່ເຮັດວຽກຫຍັງ
ຂ: ທຸກຕອນແລງຫຼັງກັບມາແຕ່ຫ້ອງການ ເຈົ້າເຮັດຫຍັງ?
ກ: ພັກຜ່ອນ ເພາະເມື່ອຍຈາກການເຮັດວຽກໝົດມື້
ຂ: ເມຍເຈົ້າເຮັດຫຍັງລະຕອນນັ້ນ?
ກ: ລາວແຕ່ງອາຫານ, ປ້ອນເຂົ້າລູກ, ແຕ່ງອາຫານໃຫ້ຂ້ອຍ, ລ້າງຖ້ວຍລ້າງຈານ, ອະນາໄມເຮືອນ ແລະ ກ່ອມລູກນອນ *** ຈາກບົດສົນທະນາຂ້າງເທິງ ທ່ານເຫັນໃຜເຮັດວຽກຫຼາຍກວ່າ?




ຜູ້ເປັນເມຍເຮັດວຽກແຕ່ເຊົ້າຢັນຄໍ່າ ຍັງເອີ້ນວ່າລາວບໍ່ໄດ້ເຮັດວຽກຫຍັງ ແນ່ນອນ ການເປັນແມ່ບ້ານບໍ່ຈຳເປັນຕ້ອງມີໃບປະລີນຍາ ຈະເປັນແມ່ບ້ານຂັ້ນໃດກໍ່ຕາມ ການໃຫ້ກຽດ ແລະ ນັບຖືເຊິ່ງກັນ ແລະ ກັນເປັນສິ່ງປະເສີດ!


***ເລື່ອງຂອງຜູ້ຍິງ***
ຂໍ້ຄວາມທີ່ກິນໃຈຈາກຜູ້ຍິງຄົນໜຶ່ງ ທີ່ຖືກຖາມວ່າ: ເຈົ້າເປັນຄົນເຮັດວຽກ ຫຼື ເປັນພຽງແມ່ບ້ານ ?
ລາວຕອບວ່າ:
ໂດຍ ຂ້ອຍເຮັດວຽກເປັນແມ່ບ້ານເຕັມເວລາ
ຂ້ອຍເຮັດວຽກຕະຫຼອດ 24 ຊົ່ວໂມງ
ຂ້ອຍເປັນແມ່
ຂ້ອຍເປັນເມຍ
ຂ້ອຍເປັນລູກສາວ
ຂ້ອຍເປັນລູກໃພ້
ຂ້ອຍເປັນໂມງປຸກ
ຂ້ອຍເປັນແມ່ຄົວ
ຂ້ອຍເປັນຄົນໃຊ້
ຂ້ອຍເປັນນາຍຄູ
ຂ້ອຍເປັນຜູ້ລໍຖ້າ
ຂ້ອຍເປັນຄົນລ້ຽງເດັກ
ຂ້ອຍເປັນພະຍາບານ
ຂ້ອຍເປັນຄົນຮັບຈ້າງ
ຂ້ອຍເປັນພະນັກງານຮັກສາຄວາມປອດໄພ
ຂ້ອຍເປັນທີ່ປຶກສາ
ຂ້ອຍເປັນຜູ້ປອບໃຈ
ຂ້ອຍບໍ່ເຄີຍມີຍາມພັກໄປທ່ຽວ
ຂ້ອຍບໍ່ເຄີຍລາປ່ວຍ
ຂ້ອຍບໍ່ມີມື້ພັກຜ່ອນ
ຂ້ອຍເຮັດວຽກທັງເວັນທັງຄືນ
ຂ້ອຍເຮັດວຽກຕາມຄວາມຕ້ອງການໄດ້ທຸກເມື່ອ
***ທ່ານເຮັດຫຍັງແດ່ໃນມື້ໜຶ່ງໆ***
***ຂໍອຸທິດແດ່ທ່ານສະຕີທັງຫຼາຍ***
ຜູ້ຍິງເປັນຄົນທີ່ມີລັກສະນະພິເສດຄືກັບເກືອ ເມື່ອລາວຢູ່ກໍ່ເສີຍໆ ເມື່ອຂາດຫາຍໄປກໍ່ເຮັດໃຫ້ທຸກຢ່າງບໍ່ມີລົດຊາດ ຍິງທຸກຄົນລ້ວນແຕ່ເປັນຄົນນ່າຮັກຄື:
ແມ່ຂອງເຮົາ
ເມຍຂອງເຮົາ
ລູກສາວຂອງເຮົາ ເອື້ອຍ ນ້ອງສາວ ແລະ ໝູ່ຂອງເຮົາ ຈົ່ງເຮັດໃຫ້ເຂົາທຸກຄົນເຫຼົ່ານີ້ມີຮອຍຍີ້ມຢູ່ສະເໝີ!


Share:

0 ความคิดเห็น:

แสดงความคิดเห็น

ບົດຄວາມລ່າສຸດ