ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

ສະບາຍດີ ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ Ilike Ushare ຝາກກົດຕິດຕາມພວກເຮົາແດ່ເດີ

ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

This is default featured slide 1 title

Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.

This is default featured slide 2 title

Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.

This is default featured slide 3 title

Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.

This is default featured slide 4 title

Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.

This is default featured slide 5 title

Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.

วันพฤหัสบดีที่ 5 เมษายน พ.ศ. 2561

ປາຕິໂທ!! ເກັ່ງອີ່ຫລີ ສາວເເພັດ ເພັດດາວອນ ແຊ້ມ 14 ສະໄຫມແລ້ວ


ຖືວ່າເປັນແສມາທີ່ກຳລັງມາແຮງໃນຕອນນີ້ທັງງາມທັງເກັ່ງກັບສາວຄົນນີ້ ສາວເເພັດ ເພັດດາວອນ ທີ່ໄປອອກລາຍຢູ່ປະເທດເພື່ອນບ້ານໃນລາຍການ ศึกวันดวลเพลง สงครามแชมป์ ທີ່ອອກອາກາດໃນຊ່ອງ One31 ແລະ ລ່າສຸດວັນທີ 05 / 04 / 2018 ສາວແພັດ ກໍໄດ້ຂຶ້ນເວທີຄັ້ງທີ14 ແລະ ໄດ້ນຳເອົາ ເພງ ຈາກບ້ານນາດ້ວຍຣັກ ຂອງ ເອື້ອຍ ຕ່າຍ ອໍລະໄທ ມາດດວນກັນໃນຄັ້ງນີ້ ປະກົດວ່າຜົນອອກມາ ແມ່ນ ສາວແພັດ ເພັດດາວອນເປັນຝ່າຍຊະນະ ຖືວ່າໄດ້ຄອງແຊມ 14 ສະໄຫມ ພ້ອມເງິນລາງວັນ 140,000 ບາດ ແລ້ວພີ້ນ້ອງເອີຍ . ຈັງໃດກະຂໍໃຫ້ເປັນກຳລັງໃຈ ຊ່ວຍເຊຍສາວລາວເຮົາແດ່ເດີ


ຄລິບສັ້ນໆ ສຸດທ້າຍ 1





Share:

ໃບຢານາງ ສຸດຍອດສະໝຸນໄພດັບພິດ ແລະ ລົດໄຂ້ ທີໄດ້ຜົນດີສຸດໆ


ໃບຢານາງ ຫຼື ຢານາງ ເປັນໄມ້ເຄືອຂະໜາດນ້ອຍທີ່ຄົນບູຮານນິຍົມນຳມາໃຊ້ປະໂຫຍດໃນດ້ານການເຮັດອາຫານ ໂດຍສະເພາະສ່ວນຂອງໃບທີ່ນິຍົມນຳມາຕຳຫຼືບົດເພື່ອຄັ້ນນ້ຳຈາກໃບມາໃຊ້ສຳລັບປຸງອາຫານເຮັດເຮັດໃຫ້ເພີ່ມລົດຊາດ ມີລົດຫວານທຳມະຊາດ ສີອາຫານຂຽວເຂັ້ມອອກດຳ ແລະ ມີລັກສະນະຂຸ້ນເປັນຢາງ ປະໂຫຍດຂອງຢານາງ – ສ່ວນທີ່ເປັນໃບຢານາງໃຊ້ນຳມາຄັ້ນນ້ຳສຳລັບປະກອບອາຫານ ເຊັ່ນ ແກງໜໍ່ໄມ້ ແກງອ່ອມ ແກງ – ໃບນຳມາຕາກແຫ້ງ ແລະ ບົດ ໃຊ້ຊົງເປັນຊາດືມ – ເຄືອໃຊ້ເປັນເຊືອກ ສຳພະຄຸນຂອງຢານາງ ໃນພາກພື້ນອາຊີນິຍົມນຳໃບຢານາງມາປະກອບອາຫານຫຼາຍ ໂດຍສະເພາະແກງໜໍ່ໄມ້ ແລະ ເມນູອາຫານອື່ນທີ່ໃຊ້ໜໍ່ໄມ້ ເນື່ອງຈາກສານໃນໃບຢານາງມີລິດຕ້ານກົດຢູຮິດໃນໜໍ່ໄມ້ບໍ່ໄດ້ ເຮັດໃຫ້ໜໍ່ໄມ້ມີລົດຊາດເປັນຕາແຊບຫຼາຍຂຶ້ນ



ຢານາງ, ໃບຢານາງ, ດັບພິດ, ລົດໄຂ້, ສະໝຸນໄພ ຮາກຢານາງ ຮາກຢານາງມາຕົ້ມຫຼືຝົນປະສົມກັບນ້ຳດື່ມ ມີສັບພະຄຸນຫຼາຍດ້ານ ໄດ້ແກ່ – ແກ້ດັບກະຫາຍ – ບັນເທົາອາການໄຂ້ ແກ້ໄຂ້ຈັບສັ່ນ – ແກ້ໄຂ້ຮາກສາດ ໄຂ້ມາລາເຮຍ ໄຂ້ສັນນິບາດ ໄຂ້ທັບຮະດູ – ແກ້ອີສຸກອີໃສ ຕຸ່ມຜື່ນ ຝີ – ຖອນຜິດເມົາຄ້າງ ເມົາເຫຼົ້າ – ບັນເທົາອາການຖອກທ້ອງ ທ້ອງເສຍ – ບຳລຸງຫົວໃຈ – ຖອນຜິດ ແລະ ລົດພິດຈາກພືດ ສັດ – ຊ່ວຍຂັບສານພິດໃນຮ່າງກາຍ – ຖອນພິດຜິດສຳແດງ – ບຳລຸງຫົວໃຈ ແກ້ໂລກຫົວໃຈບວມ – ແກ້ເລືອດດັງອອກ ລຳຕົ້ນຢານາງ ລຳຕົ້ນນຳມາຕົ້ມຫຼືບົດ ຄັ້ນນຳດື່ມ ອອກລິດທາງຢາ ໄດ້ແກ່ – ບັນເທົາອາການໄຂ້ ລົດພິດຮ້ອນ – ບັນເທົາອາການພິດຈາກພືດ ເຫັດ ແລະ ຊ່ວຍຂັບສານພິດຢາຂ້າແມງໄມ້ໃນຮ່າງກາຍ – ແກ້ລີ້ນເປັນຝ້າຂາວ ລີ້ນແຂງກະດ້າງ – ໂລກປວດຂໍ້ ປວດກະດູກ – ບັນເທົາອາການທ້ອງເສຍ ໃບຢານາງ ນຳໃບມາບົດເອົານ້ຳສົດໆ ຫຼື ນຳມາຕົ້ມນ້ຳດື່ມ ລວມເຖີງໃບຕາກແຫ້ງອັດໃສ່ແຄບຊູນຮັບປະທານ ມີລິດໃນທາງຢາຫຼາຍດ້ານ ໄດ້ແກ່ – ບັນເທົາອາການຮ້ອນໃນ – ບັນເທົາອາການເປັນໄຂ້ ຕົວຮ້ອນ – ບັນເທົາໄຂ້ຮາກສາດ ໄຂ້ຝີ – ລົດພິດຢາຂ້າແມງໄມ້ໃນຮ່າງກາຍ ແລະ ຖອນພິດອື່ນໆ



Share:

ອ່ານແລ້ວນ້ຳຕາຕົກ ເລື່ອງເມຍຂ້ອຍບໍ່ໄດ້ເຮັດຫຍັງ


ການສົນທະນາລະຫວ່າງຄົນເປັນຜົວ (ກ) ແລະ ນັກຈິດຕະວິທະຍາ (ຂ) ຄົນໜຶ່ງ:


ຂ: ອາຊີບເຈົ້າເຮັດຫຍັງ ທ່ານ ກ?
ກ: ຂ້ອຍເປັນບັນຊີຢູ່ທະນາຄານ.
ຂ: ເມຍເຈົ້າເດ ເຮັດຫຍັງ?
ກ: ລາວບໍ່ໄດ້ເຮັດວຽກຫຍັງ ພຽງແຕ່ເປັນແມ່ບ້ານຊື່ໆ
ຂ: ໃຜເປັນຄົນແຕ່ງເຂົ້າເຊົ້າໃຫ້ກິນທຸກມື້?
ກ: ເມຍຂ້ອຍ ເພາະລາວບໍ່ໄດ້ເຮັດວຽກຫຍັງ
ຂ: ເມຍເຈົ້າຕື່ນນອນຈັກໂມງ ເພື່ອແຕ່ງເຂົ້າເຊົ້າໃນແຕ່ລະມື້?
ກ: ລາວຕື່ນແຕ່ 5 ໂມງ້ຊົ້າ ເພາະລາວຕ້ອງອະນາໄມເຮືອນກ່ອນແຕ່ງເຂົ້າເຊົ້າ
ຂ: ລູກເຈົ້າໄປໂຮງຮຽນແນວໃດ?
ກ: ເມຍຂ້ອຍໄປສົ່ງ ເພາະລາວບໍ່ໄດ້ເຮັດວຽກ
ຂ: ຫຼັງຈາກສົ່ງລູກໄປໂຮງຽນແລ້ວ ລາວເຮັດຫຍັງລະ?
ກ: ລາວໄປຕະຫຼາດ ແລ້ວກັບມາແຕ່ງກິນ ແລະ ຊັກເຄື່ອງ; ເຈົ້າກໍ່ຮູ້ດີເດວ່າລາວບໍ່ເຮັດວຽກຫຍັງ
ຂ: ທຸກຕອນແລງຫຼັງກັບມາແຕ່ຫ້ອງການ ເຈົ້າເຮັດຫຍັງ?
ກ: ພັກຜ່ອນ ເພາະເມື່ອຍຈາກການເຮັດວຽກໝົດມື້
ຂ: ເມຍເຈົ້າເຮັດຫຍັງລະຕອນນັ້ນ?
ກ: ລາວແຕ່ງອາຫານ, ປ້ອນເຂົ້າລູກ, ແຕ່ງອາຫານໃຫ້ຂ້ອຍ, ລ້າງຖ້ວຍລ້າງຈານ, ອະນາໄມເຮືອນ ແລະ ກ່ອມລູກນອນ *** ຈາກບົດສົນທະນາຂ້າງເທິງ ທ່ານເຫັນໃຜເຮັດວຽກຫຼາຍກວ່າ?




ຜູ້ເປັນເມຍເຮັດວຽກແຕ່ເຊົ້າຢັນຄໍ່າ ຍັງເອີ້ນວ່າລາວບໍ່ໄດ້ເຮັດວຽກຫຍັງ ແນ່ນອນ ການເປັນແມ່ບ້ານບໍ່ຈຳເປັນຕ້ອງມີໃບປະລີນຍາ ຈະເປັນແມ່ບ້ານຂັ້ນໃດກໍ່ຕາມ ການໃຫ້ກຽດ ແລະ ນັບຖືເຊິ່ງກັນ ແລະ ກັນເປັນສິ່ງປະເສີດ!


***ເລື່ອງຂອງຜູ້ຍິງ***
ຂໍ້ຄວາມທີ່ກິນໃຈຈາກຜູ້ຍິງຄົນໜຶ່ງ ທີ່ຖືກຖາມວ່າ: ເຈົ້າເປັນຄົນເຮັດວຽກ ຫຼື ເປັນພຽງແມ່ບ້ານ ?
ລາວຕອບວ່າ:
ໂດຍ ຂ້ອຍເຮັດວຽກເປັນແມ່ບ້ານເຕັມເວລາ
ຂ້ອຍເຮັດວຽກຕະຫຼອດ 24 ຊົ່ວໂມງ
ຂ້ອຍເປັນແມ່
ຂ້ອຍເປັນເມຍ
ຂ້ອຍເປັນລູກສາວ
ຂ້ອຍເປັນລູກໃພ້
ຂ້ອຍເປັນໂມງປຸກ
ຂ້ອຍເປັນແມ່ຄົວ
ຂ້ອຍເປັນຄົນໃຊ້
ຂ້ອຍເປັນນາຍຄູ
ຂ້ອຍເປັນຜູ້ລໍຖ້າ
ຂ້ອຍເປັນຄົນລ້ຽງເດັກ
ຂ້ອຍເປັນພະຍາບານ
ຂ້ອຍເປັນຄົນຮັບຈ້າງ
ຂ້ອຍເປັນພະນັກງານຮັກສາຄວາມປອດໄພ
ຂ້ອຍເປັນທີ່ປຶກສາ
ຂ້ອຍເປັນຜູ້ປອບໃຈ
ຂ້ອຍບໍ່ເຄີຍມີຍາມພັກໄປທ່ຽວ
ຂ້ອຍບໍ່ເຄີຍລາປ່ວຍ
ຂ້ອຍບໍ່ມີມື້ພັກຜ່ອນ
ຂ້ອຍເຮັດວຽກທັງເວັນທັງຄືນ
ຂ້ອຍເຮັດວຽກຕາມຄວາມຕ້ອງການໄດ້ທຸກເມື່ອ
***ທ່ານເຮັດຫຍັງແດ່ໃນມື້ໜຶ່ງໆ***
***ຂໍອຸທິດແດ່ທ່ານສະຕີທັງຫຼາຍ***
ຜູ້ຍິງເປັນຄົນທີ່ມີລັກສະນະພິເສດຄືກັບເກືອ ເມື່ອລາວຢູ່ກໍ່ເສີຍໆ ເມື່ອຂາດຫາຍໄປກໍ່ເຮັດໃຫ້ທຸກຢ່າງບໍ່ມີລົດຊາດ ຍິງທຸກຄົນລ້ວນແຕ່ເປັນຄົນນ່າຮັກຄື:
ແມ່ຂອງເຮົາ
ເມຍຂອງເຮົາ
ລູກສາວຂອງເຮົາ ເອື້ອຍ ນ້ອງສາວ ແລະ ໝູ່ຂອງເຮົາ ຈົ່ງເຮັດໃຫ້ເຂົາທຸກຄົນເຫຼົ່ານີ້ມີຮອຍຍີ້ມຢູ່ສະເໝີ!


Share:

วันพุธที่ 28 มีนาคม พ.ศ. 2561

ເກັ່ງຫລາຍ !! ສາວແພັດ ເພັດດາວອນ ແຊັມ 8 ສະໄຫມແລ້ວ


ຖືວ່າເປັນແສມາທີ່ກຳລັງມາແຮງໃນຕອນນີ້ທັງງາມັງເກັ່ງກັບສາວຄົນນີ້ ສາວເເພັດ ເພັດດາວອນ ທີ່ໄປອອກລາຍຢູ່ປະເທດເພື່ອນບ້ານໃນລາຍການ ศึกวันดวลเพลง สงครามแชมป์ ທີ່ອອກອາກາດໃນຊ່ອງ One31 ແລະ ລ່າສຸດວັນທີ 28 / 03 / 2018 ສາວແພັດ ກໍໄດ້ຂຶ້ນເວທີຄັ້ງທີ8 ແລະ ໄດ້ນຳເອົາ ເພງ ເມັຍເກົ່າ ຂອງ ເອື້ອຍ ດອກອໍ້ ທຸ່ງທອງ ມາດດວນກັນໃນຄັ້ງນີ້ ປະກົດວ່າຜົນອອກມາ ແມ່ນ ສາວແພັດ ເພັດດາວອນເປັນຝ່າຍຊະນະ ຖືວ່າໄດ້ຄອງແຊມ 8 ສະໄຫມ ແລ້ວສຳລັບ ສາວ ແພັດ ເພັດດາວອນ ຄົນນີ້ . ຈັງໃດກະຂໍໃຫ້ເປັນກຳລັງໃຈ ຊ່ວຍເຊຍສາວລາວຄົນນີ້ ແດ່ເດີ








Share:

วันจันทร์ที่ 26 มีนาคม พ.ศ. 2561

ພໍ່ແມ່ຊັອກ ລູກເມົາຢາບ້າລະອາລະວາດຈູດເຮືອນໄຫມ້ຫມົດ3ຫລັງ


ວັນທີ 26 / 03/ 2018 ເກີດເຫດໄຟໄຫມ້ເຮືອນປະຊາຊົນ 3 ຫລັງຊ້ອນທີ່ ບ້ານຢ້າງ ເມືອງວງງທອງ ແຂວງບໍລິຄຳໄຊ ເຊິ່ງສາເຫດເບື້ອງຕົ້ນຕາມລາຍງານຈາກຜູ້ໂພສລົງເຟສບຸກບອກວ່າ ເຫດເກີດຈາກລູກຊາຍຂອງຕົນເມົາຢາບ້າ ແລ້ວອາລະວາດຈົນຈູດຮອດເຮືອນໂຕເອງ
ລາຍລະອຽດພວກເຮົາຈະແຈ້ງພາຍຫລັງ




ເບິ່ງຄລິບ 1



ເບິ່ງຄລິບ 2



ຂອບໃຈ ຂໍ້ມູນຈາກ : Khiet SK

Share:

วันเสาร์ที่ 17 มีนาคม พ.ศ. 2561

ປະກາດແຈ້ງຂ່າວເຖິງສິດສານຸສິດທັງຊາບວ່າ ພຣະອາຈານ​ໃຫຍ່ ມາຫາພຣົມມາ ວິຊານັນໂທ ໄດ້ລະສັງຂານແລ້ວ

ຂໍແຈ້ງຂ່າວເຖິງສິດສານຸສິດທັງຫລາຍຮູ້ທົ່ວເຖິງ​ກັນວ່າ ພຣະອາຈານ​ໃຫຍ່ ມາຫາພົມມາ ວິຊານັນໂທ ເຈົ້າອາທິການ ວັດມະຫາພຸດທະວົງສາໂສກປ່າຫຼວງ ໄດ້ລະສັງຂານແລ້ວ(ເສຍຊີວິດແລ້ວ) ວັນທີ 17.03.2018 ເວລາ 14 : 30 ນາທີ ປັດຈຸບັນສົບຂອງເພິ່ນບຳເພັນຢູ່ທີ່ ວັດມະຫາພຸດທະວົງສາໂສກປ່າຫຼວງ . ເຊິ່ງພິທີດຳເນີນກິດຈະການຕ່າງໆ ນັ້ນເພິ່ນຈະແຈ້ງລາຍລະອຽດພາຍຫລັງ ອາຍຸ ແລະ ພັນສາ ຈະແຈ້ງພາຍຫລັງ ເພາະຫຍັງອາຍຸ ແລະ ພັນສາຂອງເພິ່ນ ແມ່ນຍັງບໍ່ຊັດເຈນປານໃດ ທີ່ຮູ້ຄາວໆ 60 ກວ່າ ພັນສາ ອາຍຸ 90 ກວ່າ #ພວກເຮົາລູກສິດທັງຫລາຍຂໍນ້ອມຈິດອຸທິດບຸນຂໍໃຫ້ດວງວິນຍານຂອງພຣະອາຈານຈົ່ງຂຶ້ນສູ່ສຸຂະຕິດ້ວຍເຖີດ ສາທຸ ສາທຸ ສາທຸ










Share:

วันศุกร์ที่ 16 มีนาคม พ.ศ. 2561

ຊາຍຫນຸ່ມ ສັ່ງຊື້ຕຸກກະຕາໃນລາຄາ 7000 ฿ ຫວັງຈະເອົາໃຫ້ສະໃຈ ແຕ່ສຸດທ້າຍຕ້ອງບອກວ່າເອົາເງິນກູຄືນມາ


ມີຊາຍຫນຸ່ມຄົນຫນຶ່ງເປັນຄົນມັກຢູ່ຄົນດຽວມາຕະຫລອດ ແລະ ມາມື້ຫນຶ່ງບັງເອີ້ນຄິດໄດ້ ແລະ ຢາກມີຄົນມານອດກອດແບບຄົນອື່ນເຂົາ ລາວເລຍີຄິດວ່າຢາກຈະໄດ້ຕຸກກະຕາທີ່ຄ້າຍຄືກັບມະນຸດແທ້ ມານອນກອດແທນຄົນມັນນ່າຈະດີ ແລະ ບໍ່ຕ້ອງໄປເປື້ອງເຂົ້າເປື້ອງນ້ຳຄືກັບມີແຟນເປັນມະນຸດ. ແລະ ແລ້ວລາວກໍຊອກຊື້ຕຸກກະຕາຈົນໄດ້ຕຸກກະຕາທີ່ລາວຕ້ອງການນັ້ນໄດ້ ລາວເລີຍສັ່ງຊື້ຕຸກກະຕາ ອອນໄລ ໃນລາຄາ 1,800,000 ກີບ ຫລື ປະມານ 7000฿ ຫວັງຈະໄດ້ນອນກອດໃຫ້ເຕັມທີ່ທີ່ສຸດ ແຕ່ພໍຮອດເວລາເຄື່ອງມາຮອດລາວນັ້ນລາວກໍສຸດທີ່ດີໃຈ ແລະ ກຽມທີ່ຈະເອົາຂຶ້ນສະຫວັນໄປເລີຍ.ແຕ່ແລ້ວພໍແຕ່ຊາຍຫນຸ່ມເປີດເບິ່ງເຄື່ອງທີ່ຕົ້ນສັ່ງມານັ້ນແລ້ວ ຊາຍຫນຸ່ມແທບຫົວໃຈວາຍຕາຍ ຈົນຮ້ອງຂຶ້ນມາວ່າ ມຶງເອົາເງິນ 7000฿ ກູຄືນມາ 555





ຕອນສັ່ງຊື້




ເຄື່ອງມາຮອດ








ຝາກກົດໄລ ກົດແຊ ແດ່ເດີ

Share:

วันพฤหัสบดีที่ 15 มีนาคม พ.ศ. 2561

ແຊຣ໌ເອົາບຸນ !! ຜັກກະເດົາປົ່ວມະເຮັງເຕົ້ານົມຫາຍຂາດ


ແຊຣເອົາບຸນ ທາງລອດສຳລັບຜູ້ເປັນມະເຮັງ
ໂຮງໝໍມະໂຫສົດໄດ້ນຳສະເໜີວິີທີການຮັກສາມະເຮັງເຕົ້ານົມແບບໃໝ່ ໂດຍໃຊ້ພືດພື້ນບ້ານທີ່ຫາໄດ້ງ່າຍໃນທ້ອງຖິ່ນ. ທ່ານ ດຣ ສາຍຝົນ ພູນສະຫວັນ ຫົວໜ້າສະມາຄົມມະເຮັງເຕົ້ານົມລາວ ໄດ້ໃຫ້ຮູ້ວ່າ ວິທີການດັ່ງກ່າວຖືກວິໄຈໂດຍແພດຜູ້ຊ່ຽວຊານພາຍໃຕ້ໂຄງການກວດຫາພະຍາດມະເຮັງເຕົ້່ານົມ ແລະ ໜີ້ວ ເຊິ່ງຈັດຕັ້ງປະຕິບັດໃນປີທີ່ຜ່ານມາ ໂຄງການດັ່ງກ່າວຊ່ວຍຫຼຸດຜ່ອນອັດຕາການຕາຍຈາກພະຍາດມະເຮັງ ໂດຍການຊອກ ວິໄຈ ແລະ ທຳການຮັກສາພະຍາດແຕ່ຫົວທີ.
ໃນປີ 2016 ທີ່ຜ່ານມາ, ມີແມ່ຍິງປະມານ 200 ຄົນມີເຕົ້່ານົມຜິດປົກກະຕິ ເຊິ່ງມີແພດສັນນິຖານວ່າແມ່ນມະເລັງເຕົ້່ານົມ, ທ່ານໝໍຍັງລາຍງານອີກວ່າ ມີຄົນເຈັບທີ່ເປັນມະເລັງເຕົ້ານົມ 27 ຄົນໃນຈຳນວນ 200 ຄົນດັ່ງກ່າວໄດ້ຮັບການຮັກສາຈົນຫາຍດີເປັນປົກກະຕິ ໂດຍການກິນຜັກກະເດົາເປັນປະຈຳ ເຊິງຄົນເຈັບເຫຼົ່ານັ້ນແມ່ນໄດ້ຮັບການຮັກສາກວດພົບພະຍາດ ແລະ ແຕ່ຫົວທີ.


ເພີ່ມເຕີມ: ຜັກກະເດົາຍັງມີຄຸນປະໂຫຍດຫຼາຍຢ່າງ ສຳລັບສາວສາວໆທົ່ວໄປກິນກັນມະເຮັງໄວ້ແນ່ເດີ.





UshareLaos
ແຫຼ່ງຂ່າວ: Vientiane Times

Share:

ຜົນກະທົບຈາກພາຍຸຄືນຂອງວັນທີ 14/03/2018


ຜົນກະທົບຈາກພາຍຸຄືນຂອງວັນທີ 14/03/2018 ເຮັດໃຫ້ວັດ ບ້ານ ໂນນຄູ້ ເມືອງ ຊົນນະບູລີ ແຂວງສະຫວັນະະເຂດ ເຊິ່ງໄດ້ເຮັດໃຫ້ໄດ້ຮັບຜົນເສຍຫາຍຢ່າງໜັກ ຢ່າງທີ່ເຫັນພາບ








ຂອບໃຈຮູບພາບຈາກ " สีวิไล จันทะลังสี "

Share:

วันอังคารที่ 13 มีนาคม พ.ศ. 2561

ຊ້າງປ່າເຂົ້າບ້ານປະຊາຊົນ ມີຄລິບ


ໃນວັນທີ 13.3.2018 ມີລາຍງານຈາກຜູ້ໃຊ້ເຟສບຸກຊື່ Lamngeun Chanthalat ໄດ້ຖ່າຍຄລິບໂຕຊ້າງທີ່ກຳລັງຍ່າງໄປມາ ຫລື ຍ່າງເຂົ້າບ້ານຂອງປະຊາຊົນ ໂພສລົງເຟສ ແລະ ໄດ້ບອກວ່າ ຊ້າງປ່າເຂົ້າມາບ້ານຫ້ວຍຍື່ງເມືອງເຊໂປນແຂວງສະຫວັນນະເຂດວັນທີ 12/03/2018 ເຊິ່ງເປັນສິ່ງທີ່ວ່າຫາເຫັນໄດ້ຍາກສຸດສຳລັບສັດປ່າທີ່ຈະເຂົ້າມາບ້ານຂອງປະຊາຂົນແບບນີ້ ເຊິ່ງສາເຫດທີ່ເຮັດໃຫ້ຊ້າງດັ່ງກ່າວເຂົ້າມາບ້ານນັ້ນຍັງບໍ່ຮູ້ວ່າຊ້າງນີ້ມາຈາກໃສ ເຂິ່ງລາຍລະອຽດຍັງຈະຊອກອີກພາຍຫລັງ






UshareLaos

Share:

วันจันทร์ที่ 12 มีนาคม พ.ศ. 2561

ສະຫລົດ ! ເຫດຜູກຄໍເສຍຊີວິດ


ຕາຍການລາຍງານ ຂອງຫນ່ວຍກູ້ໄພ 1624
ໃນວັນທີ 12.03.2018 ເວລາ: 11:30 ນາທີ ໄດ້ຮັບແຈ້ງເຫດ ຜ່ານເບີສຸກເສີນ 020 55 33 00 65 ວ່າມີຄົນຜູກຄໍເສຍຊີວິດ ຢູ່ສຳນັກງານແຫ່ງໜຶ່ງ ເມືອງ ເຊບັ້ງໄຟ ແຂວງ ຄຳມ່ວນ ເມື່ອໜ່ວຍກູ້ໄພຂອງພວກເຮົາໄດ້ໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ເສຍຊີວິດ 01ຄົນ ເປັນເພດຍິງ - ໄດ້ຜູກຄໍຕົນເອງໃສ່ຮາວຂັ້ນໃດຂື້ນປັບປຸງໄຟໃນສຳນັກງານດັ່ງກ່າວ - ຜູ້ເສຍຊີວິດແມ່ນ ເພດຍິງ ບ້ານ ປາກດົງ ເມືອງ ທ່າແຂກ ແຂວງ ຄຳມ່ວນ






Ushare - ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ທີ່ສູນເສຍ

Share:

ບົດຄວາມລ່າສຸດ

คลังบทความของบล็อก