ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

ສະບາຍດີ ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ Ilike Ushare ຝາກກົດຕິດຕາມພວກເຮົາແດ່ເດີ

ຂໍ້ມູນຂ່າວສານ, ການບັນເທິງ ແລະ ສາລະຫນ້າຮູ້ຕ່າງໆ

วันพฤหัสบดีที่ 8 มีนาคม พ.ศ. 2561

ພົບສົບຜູ້ເສຍຊີວິດເຂດປ່າບ້ານໂພນສີມ1ລາຍ


ຕາມການລາຍງານບອກວ່າມີເຫດພົບສົບຜູ້ເສຍຊີວິດເຂດປ່າບ້ານໂພນສີມ1ລາຍ ແຂວງ ສະຫວັນນະເຂດ ວັນທີ07/03/2018 ເວລາປະມານ10:00 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ພົບສົບຜູ້ເສຍຊີວິດ ທີ່ເຂດປ່າ.ບ້ານໂພນສີມ ເມືອງ.ໄກສອນພັມວິຫານ ແຂວງ ສະຫວັນນະເຂດ ເມື່ອທາງທີມງານເຖິງຈຸດຮັບແຈ້ງເຫດ ທາງອາສາສະຫມັກກູ້ໄພສະຫວັນນະເຂດ.ໜ່ວຍຕຳຫລວດກອງພິສູດຫລັກຖານ ເຈົ້າຫນ້າທີ່ກ່ຽວຂ້ອງ.ໄດ້ພາກັນເຂົ້າໄປໃນຈຸດທີ່ປະຊາຊົນເຫັນສົບຜູ້ເສຍຊີວິດ ຫ່າງຈາກທາງປະມານ 4ກິໂລແມັດ ສະພາບເສັ້ນທາງເປັນປ່າຕືບຫນາ ແລະ.ການເຂົ້າໄປຫາຈຸດສົບຜູ້ເສຍຊີດແມ່ນ.ໃຊ້ເວລາພໍສົມຄວນ
ເມື່ອເຖິງຈຸດພົບສົບຜູ້ເສຍຊີວິດ ອີງສັນນິຖານພົບເຫັນເບື່ອງຕົ້ນ ແມ່ນ ເປັນເພດຊາຍ ອາຍຸປະມານ60ກວ່າປີ ເປືອຍການ ໂສ້ງເສື້ອແມ່ນຢູ່ໃນຈຸດເກີດເຫດ ແລະ.ຫມວກຫ່າງຈາກຈຸດເຫດສົບແມ່ນ10ແມັດ ຜູ້ກ່ຽວແມ່ນເປັນປະຊາຊົນບ້ານ ໂພນສະຫວັນ ເມືອງໄກສອນ ແຂວງສະຫວັນນະເຂດ ໄດ້ຫາຍຕົວອອກຈາກບ້ານເປັນເວລາ 15ມື້ ຈົນມາພົບສົບ





ສ່ວນສຳເນົາຄະດີ ແມ່ນທາງເຈົ້າຫນ້າທີ່ກ່ຽວຂ້ອງ ໄດ້ສືບສວນຕໍ່ໄປ ເຖິງສາເຫດການຕາຍ ສ່ວນສົບຜູ້ເສຍຊີວິດ ແມ່ນທາງທີມງານໄດ້ນຳອອກມາຈາກປ່າ ແລ້ວນຳສົ່ງວັດດົງອີໂຊ ເມືອງໄກສອນ ແຂວງ.ສະຫວັນນະເຂດ ເພື່ອໃຫ້ຍາດຕິພີ່ນ້ອງ.ທຳພິທີທາງສາດສະຫນາຕໍ່ໄປ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ.ຂໍໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີສາທຸໆໆ






ຂໍ້ມູນຈາກ : ຫນ່ວຍກູ້ໄພແຂວງສະຫວັນນະເຂດ

Share:

0 ความคิดเห็น:

แสดงความคิดเห็น

ບົດຄວາມລ່າສຸດ