ຖືວ່າເປັນແສມາທີ່ກຳລັງມາແຮງໃນຕອນນີ້ທັງງາມັງເກັ່ງກັບສາວຄົນນີ້ ສາວເເພັດ ເພັດດາວອນ ທີ່ໄປອອກລາຍຢູ່ປະເທດເພື່ອນບ້ານໃນລາຍການ ศึกวันดวลเพลง สงครามแชมป์ ທີ່ອອກອາກາດໃນຊ່ອງ One31 ແລະ ລ່າສຸດວັນທີ 28 / 03 / 2018 ສາວແພັດ ກໍໄດ້ຂຶ້ນເວທີຄັ້ງທີ8 ແລະ ໄດ້ນຳເອົາ ເພງ ເມັຍເກົ່າ ຂອງ ເອື້ອຍ ດອກອໍ້ ທຸ່ງທອງ ມາດດວນກັນໃນຄັ້ງນີ້ ປະກົດວ່າຜົນອອກມາ ແມ່ນ ສາວແພັດ ເພັດດາວອນເປັນຝ່າຍຊະນະ ຖືວ່າໄດ້ຄອງແຊມ 8 ສະໄຫມ ແລ້ວສຳລັບ ສາວ ແພັດ ເພັດດາວອນ ຄົນນີ້ . ຈັງໃດກະຂໍໃຫ້ເປັນກຳລັງໃຈ ຊ່ວຍເຊຍສາວລາວຄົນນີ້ ແດ່ເດີ
This is default featured slide 1 title
Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.
This is default featured slide 2 title
Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.
This is default featured slide 3 title
Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.
This is default featured slide 4 title
Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.
This is default featured slide 5 title
Go to Blogger edit html and find these sentences.Now replace these sentences with your own descriptions.This theme is Bloggerized by Lasantha Bandara - Premiumbloggertemplates.com.
วันพุธที่ 28 มีนาคม พ.ศ. 2561
วันจันทร์ที่ 26 มีนาคม พ.ศ. 2561
ພໍ່ແມ່ຊັອກ ລູກເມົາຢາບ້າລະອາລະວາດຈູດເຮືອນໄຫມ້ຫມົດ3ຫລັງ
ວັນທີ 26 / 03/ 2018 ເກີດເຫດໄຟໄຫມ້ເຮືອນປະຊາຊົນ 3 ຫລັງຊ້ອນທີ່ ບ້ານຢ້າງ ເມືອງວງງທອງ ແຂວງບໍລິຄຳໄຊ ເຊິ່ງສາເຫດເບື້ອງຕົ້ນຕາມລາຍງານຈາກຜູ້ໂພສລົງເຟສບຸກບອກວ່າ
ເຫດເກີດຈາກລູກຊາຍຂອງຕົນເມົາຢາບ້າ ແລ້ວອາລະວາດຈົນຈູດຮອດເຮືອນໂຕເອງ
ລາຍລະອຽດພວກເຮົາຈະແຈ້ງພາຍຫລັງ
ເບິ່ງຄລິບ 1
ເບິ່ງຄລິບ 2
ຂອບໃຈ ຂໍ້ມູນຈາກ : Khiet SK
วันเสาร์ที่ 17 มีนาคม พ.ศ. 2561
ປະກາດແຈ້ງຂ່າວເຖິງສິດສານຸສິດທັງຊາບວ່າ ພຣະອາຈານໃຫຍ່ ມາຫາພຣົມມາ ວິຊານັນໂທ ໄດ້ລະສັງຂານແລ້ວ
ຂໍແຈ້ງຂ່າວເຖິງສິດສານຸສິດທັງຫລາຍຮູ້ທົ່ວເຖິງກັນວ່າ ພຣະອາຈານໃຫຍ່ ມາຫາພົມມາ ວິຊານັນໂທ ເຈົ້າອາທິການ ວັດມະຫາພຸດທະວົງສາໂສກປ່າຫຼວງ ໄດ້ລະສັງຂານແລ້ວ(ເສຍຊີວິດແລ້ວ) ວັນທີ 17.03.2018 ເວລາ 14 : 30 ນາທີ ປັດຈຸບັນສົບຂອງເພິ່ນບຳເພັນຢູ່ທີ່ ວັດມະຫາພຸດທະວົງສາໂສກປ່າຫຼວງ . ເຊິ່ງພິທີດຳເນີນກິດຈະການຕ່າງໆ ນັ້ນເພິ່ນຈະແຈ້ງລາຍລະອຽດພາຍຫລັງ ອາຍຸ ແລະ ພັນສາ ຈະແຈ້ງພາຍຫລັງ ເພາະຫຍັງອາຍຸ ແລະ ພັນສາຂອງເພິ່ນ ແມ່ນຍັງບໍ່ຊັດເຈນປານໃດ ທີ່ຮູ້ຄາວໆ 60 ກວ່າ ພັນສາ ອາຍຸ 90 ກວ່າ #ພວກເຮົາລູກສິດທັງຫລາຍຂໍນ້ອມຈິດອຸທິດບຸນຂໍໃຫ້ດວງວິນຍານຂອງພຣະອາຈານຈົ່ງຂຶ້ນສູ່ສຸຂະຕິດ້ວຍເຖີດ ສາທຸ ສາທຸ ສາທຸ
วันศุกร์ที่ 16 มีนาคม พ.ศ. 2561
ຊາຍຫນຸ່ມ ສັ່ງຊື້ຕຸກກະຕາໃນລາຄາ 7000 ฿ ຫວັງຈະເອົາໃຫ້ສະໃຈ ແຕ່ສຸດທ້າຍຕ້ອງບອກວ່າເອົາເງິນກູຄືນມາ
ມີຊາຍຫນຸ່ມຄົນຫນຶ່ງເປັນຄົນມັກຢູ່ຄົນດຽວມາຕະຫລອດ ແລະ ມາມື້ຫນຶ່ງບັງເອີ້ນຄິດໄດ້ ແລະ ຢາກມີຄົນມານອດກອດແບບຄົນອື່ນເຂົາ ລາວເລຍີຄິດວ່າຢາກຈະໄດ້ຕຸກກະຕາທີ່ຄ້າຍຄືກັບມະນຸດແທ້ ມານອນກອດແທນຄົນມັນນ່າຈະດີ ແລະ ບໍ່ຕ້ອງໄປເປື້ອງເຂົ້າເປື້ອງນ້ຳຄືກັບມີແຟນເປັນມະນຸດ. ແລະ ແລ້ວລາວກໍຊອກຊື້ຕຸກກະຕາຈົນໄດ້ຕຸກກະຕາທີ່ລາວຕ້ອງການນັ້ນໄດ້ ລາວເລີຍສັ່ງຊື້ຕຸກກະຕາ ອອນໄລ ໃນລາຄາ 1,800,000 ກີບ ຫລື ປະມານ 7000฿ ຫວັງຈະໄດ້ນອນກອດໃຫ້ເຕັມທີ່ທີ່ສຸດ ແຕ່ພໍຮອດເວລາເຄື່ອງມາຮອດລາວນັ້ນລາວກໍສຸດທີ່ດີໃຈ ແລະ ກຽມທີ່ຈະເອົາຂຶ້ນສະຫວັນໄປເລີຍ.ແຕ່ແລ້ວພໍແຕ່ຊາຍຫນຸ່ມເປີດເບິ່ງເຄື່ອງທີ່ຕົ້ນສັ່ງມານັ້ນແລ້ວ ຊາຍຫນຸ່ມແທບຫົວໃຈວາຍຕາຍ ຈົນຮ້ອງຂຶ້ນມາວ່າ ມຶງເອົາເງິນ 7000฿ ກູຄືນມາ 555
ຕອນສັ່ງຊື້
ເຄື່ອງມາຮອດ
ຝາກກົດໄລ ກົດແຊ ແດ່ເດີ
วันพฤหัสบดีที่ 15 มีนาคม พ.ศ. 2561
ແຊຣ໌ເອົາບຸນ !! ຜັກກະເດົາປົ່ວມະເຮັງເຕົ້ານົມຫາຍຂາດ
ແຊຣເອົາບຸນ ທາງລອດສຳລັບຜູ້ເປັນມະເຮັງ
ໂຮງໝໍມະໂຫສົດໄດ້ນຳສະເໜີວິີທີການຮັກສາມະເຮັງເຕົ້ານົມແບບໃໝ່ ໂດຍໃຊ້ພືດພື້ນບ້ານທີ່ຫາໄດ້ງ່າຍໃນທ້ອງຖິ່ນ. ທ່ານ ດຣ ສາຍຝົນ ພູນສະຫວັນ ຫົວໜ້າສະມາຄົມມະເຮັງເຕົ້ານົມລາວ ໄດ້ໃຫ້ຮູ້ວ່າ ວິທີການດັ່ງກ່າວຖືກວິໄຈໂດຍແພດຜູ້ຊ່ຽວຊານພາຍໃຕ້ໂຄງການກວດຫາພະຍາດມະເຮັງເຕົ້່ານົມ ແລະ ໜີ້ວ ເຊິ່ງຈັດຕັ້ງປະຕິບັດໃນປີທີ່ຜ່ານມາ ໂຄງການດັ່ງກ່າວຊ່ວຍຫຼຸດຜ່ອນອັດຕາການຕາຍຈາກພະຍາດມະເຮັງ ໂດຍການຊອກ ວິໄຈ ແລະ ທຳການຮັກສາພະຍາດແຕ່ຫົວທີ.
ໃນປີ 2016 ທີ່ຜ່ານມາ, ມີແມ່ຍິງປະມານ 200 ຄົນມີເຕົ້່ານົມຜິດປົກກະຕິ ເຊິ່ງມີແພດສັນນິຖານວ່າແມ່ນມະເລັງເຕົ້່ານົມ, ທ່ານໝໍຍັງລາຍງານອີກວ່າ ມີຄົນເຈັບທີ່ເປັນມະເລັງເຕົ້ານົມ 27 ຄົນໃນຈຳນວນ 200 ຄົນດັ່ງກ່າວໄດ້ຮັບການຮັກສາຈົນຫາຍດີເປັນປົກກະຕິ ໂດຍການກິນຜັກກະເດົາເປັນປະຈຳ ເຊິງຄົນເຈັບເຫຼົ່ານັ້ນແມ່ນໄດ້ຮັບການຮັກສາກວດພົບພະຍາດ ແລະ ແຕ່ຫົວທີ.
ເພີ່ມເຕີມ: ຜັກກະເດົາຍັງມີຄຸນປະໂຫຍດຫຼາຍຢ່າງ ສຳລັບສາວສາວໆທົ່ວໄປກິນກັນມະເຮັງໄວ້ແນ່ເດີ.
UshareLaos
ແຫຼ່ງຂ່າວ: Vientiane Times
ຜົນກະທົບຈາກພາຍຸຄືນຂອງວັນທີ 14/03/2018
ຜົນກະທົບຈາກພາຍຸຄືນຂອງວັນທີ 14/03/2018 ເຮັດໃຫ້ວັດ ບ້ານ ໂນນຄູ້ ເມືອງ ຊົນນະບູລີ ແຂວງສະຫວັນະະເຂດ ເຊິ່ງໄດ້ເຮັດໃຫ້ໄດ້ຮັບຜົນເສຍຫາຍຢ່າງໜັກ ຢ່າງທີ່ເຫັນພາບ
ຂອບໃຈຮູບພາບຈາກ " สีวิไล จันทะลังสี "
วันอังคารที่ 13 มีนาคม พ.ศ. 2561
ຊ້າງປ່າເຂົ້າບ້ານປະຊາຊົນ ມີຄລິບ
ໃນວັນທີ 13.3.2018 ມີລາຍງານຈາກຜູ້ໃຊ້ເຟສບຸກຊື່ Lamngeun Chanthalat ໄດ້ຖ່າຍຄລິບໂຕຊ້າງທີ່ກຳລັງຍ່າງໄປມາ ຫລື ຍ່າງເຂົ້າບ້ານຂອງປະຊາຊົນ ໂພສລົງເຟສ ແລະ ໄດ້ບອກວ່າ ຊ້າງປ່າເຂົ້າມາບ້ານຫ້ວຍຍື່ງເມືອງເຊໂປນແຂວງສະຫວັນນະເຂດວັນທີ 12/03/2018 ເຊິ່ງເປັນສິ່ງທີ່ວ່າຫາເຫັນໄດ້ຍາກສຸດສຳລັບສັດປ່າທີ່ຈະເຂົ້າມາບ້ານຂອງປະຊາຂົນແບບນີ້ ເຊິ່ງສາເຫດທີ່ເຮັດໃຫ້ຊ້າງດັ່ງກ່າວເຂົ້າມາບ້ານນັ້ນຍັງບໍ່ຮູ້ວ່າຊ້າງນີ້ມາຈາກໃສ ເຂິ່ງລາຍລະອຽດຍັງຈະຊອກອີກພາຍຫລັງ
UshareLaos
วันจันทร์ที่ 12 มีนาคม พ.ศ. 2561
ສະຫລົດ ! ເຫດຜູກຄໍເສຍຊີວິດ
ຕາຍການລາຍງານ ຂອງຫນ່ວຍກູ້ໄພ 1624
ໃນວັນທີ 12.03.2018 ເວລາ: 11:30 ນາທີ ໄດ້ຮັບແຈ້ງເຫດ ຜ່ານເບີສຸກເສີນ 020 55 33 00 65 ວ່າມີຄົນຜູກຄໍເສຍຊີວິດ ຢູ່ສຳນັກງານແຫ່ງໜຶ່ງ ເມືອງ ເຊບັ້ງໄຟ ແຂວງ ຄຳມ່ວນ ເມື່ອໜ່ວຍກູ້ໄພຂອງພວກເຮົາໄດ້ໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ເສຍຊີວິດ 01ຄົນ ເປັນເພດຍິງ
- ໄດ້ຜູກຄໍຕົນເອງໃສ່ຮາວຂັ້ນໃດຂື້ນປັບປຸງໄຟໃນສຳນັກງານດັ່ງກ່າວ
- ຜູ້ເສຍຊີວິດແມ່ນ ເພດຍິງ ບ້ານ ປາກດົງ ເມືອງ ທ່າແຂກ ແຂວງ ຄຳມ່ວນ
Ushare - ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ທີ່ສູນເສຍ
วันพฤหัสบดีที่ 8 มีนาคม พ.ศ. 2561
ພົບສົບຜູ້ເສຍຊີວິດເຂດປ່າບ້ານໂພນສີມ1ລາຍ
ຕາມການລາຍງານບອກວ່າມີເຫດພົບສົບຜູ້ເສຍຊີວິດເຂດປ່າບ້ານໂພນສີມ1ລາຍ
ແຂວງ ສະຫວັນນະເຂດ ວັນທີ07/03/2018 ເວລາປະມານ10:00 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ພົບສົບຜູ້ເສຍຊີວິດ ທີ່ເຂດປ່າ.ບ້ານໂພນສີມ ເມືອງ.ໄກສອນພັມວິຫານ ແຂວງ ສະຫວັນນະເຂດ
ເມື່ອທາງທີມງານເຖິງຈຸດຮັບແຈ້ງເຫດ ທາງອາສາສະຫມັກກູ້ໄພສະຫວັນນະເຂດ.ໜ່ວຍຕຳຫລວດກອງພິສູດຫລັກຖານ ເຈົ້າຫນ້າທີ່ກ່ຽວຂ້ອງ.ໄດ້ພາກັນເຂົ້າໄປໃນຈຸດທີ່ປະຊາຊົນເຫັນສົບຜູ້ເສຍຊີວິດ ຫ່າງຈາກທາງປະມານ 4ກິໂລແມັດ ສະພາບເສັ້ນທາງເປັນປ່າຕືບຫນາ ແລະ.ການເຂົ້າໄປຫາຈຸດສົບຜູ້ເສຍຊີດແມ່ນ.ໃຊ້ເວລາພໍສົມຄວນ
ເມື່ອເຖິງຈຸດພົບສົບຜູ້ເສຍຊີວິດ ອີງສັນນິຖານພົບເຫັນເບື່ອງຕົ້ນ ແມ່ນ ເປັນເພດຊາຍ ອາຍຸປະມານ60ກວ່າປີ ເປືອຍການ ໂສ້ງເສື້ອແມ່ນຢູ່ໃນຈຸດເກີດເຫດ ແລະ.ຫມວກຫ່າງຈາກຈຸດເຫດສົບແມ່ນ10ແມັດ ຜູ້ກ່ຽວແມ່ນເປັນປະຊາຊົນບ້ານ ໂພນສະຫວັນ ເມືອງໄກສອນ ແຂວງສະຫວັນນະເຂດ ໄດ້ຫາຍຕົວອອກຈາກບ້ານເປັນເວລາ 15ມື້ ຈົນມາພົບສົບ
ສ່ວນສຳເນົາຄະດີ ແມ່ນທາງເຈົ້າຫນ້າທີ່ກ່ຽວຂ້ອງ ໄດ້ສືບສວນຕໍ່ໄປ ເຖິງສາເຫດການຕາຍ ສ່ວນສົບຜູ້ເສຍຊີວິດ ແມ່ນທາງທີມງານໄດ້ນຳອອກມາຈາກປ່າ ແລ້ວນຳສົ່ງວັດດົງອີໂຊ ເມືອງໄກສອນ ແຂວງ.ສະຫວັນນະເຂດ ເພື່ອໃຫ້ຍາດຕິພີ່ນ້ອງ.ທຳພິທີທາງສາດສະຫນາຕໍ່ໄປ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ.ຂໍໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີສາທຸໆໆ
ຂໍ້ມູນຈາກ : ຫນ່ວຍກູ້ໄພແຂວງສະຫວັນນະເຂດ